ກວາງ​ສາຍພັນ​ນ້ອຍ​ທີ່​ສຸດ​ໃນ​ໂລກ​ເກີດ​ຢູ່​ຍີ່ປຸ່ນ
2017-02-23 16:30:08  cri 

ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ: ກວາງ​ຜູ້​​ທີ່​​ຮ່າງ​ນ້ອຍ​ແລະ​ມີ​ແຫຼ່ງກຳ​ເນີ​ດຈາກ​ທະວີບອາ​ເມ​ລິ​ກາ​ໃຕ້​​ໂຕ​ໜຶ່ງ​ໄດ້ເກີດ​​ຢູ່ສວນສັດ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຊາ​ອິຕາ​ມະ​ປະ​ເທດ​ດັ່ງກ່າວໃນວັນ​ທີ 9 ​ກຸມພາ​ນີ້. ​ເຈົ້າ​ໜ້າ​ທີ່ສວນສັດ​​ເວົ້າ​ວ່າ: ກວາງ​ນ້ອຍນ້ອຍທີ່​ເກີດ​ໃໝ່​ນີ້​ມີ​ນ້ຳໜັກ 1 ກິ​ໂລ, ຍາວ 20 ຊັງ​ຕີ​ແມັດ ​ແລະ​ປັດຈຸບັນ​ມີ​ສຸຂະພາບ​ແຂງ​ແຮງ​ດີ.

ຂ່າວ​ແຈ້ງວ່າ ກວາງສາຍ​ພັນ​ນີ້​ຕົ້ນຕໍ​ດຳລົງ​ຊີວິດ​ຢູ່​ພາກ​ໃຕ້​ຈີ​ເລ,ອາກຊັງ​ຕີນ ​ແລະ​ປະ​ເທ​ດອື່ນໆ, ​ເມື່ອ​ມັນ​ໃຫຍ່​ຂຶ້ນ​ແລ້ວ​ຈະ​ມີ​ຄວາ​ມຍາວ​ເຖິງ 80 ຊັງ​ຕີ​​ແມັດ​ແລະ​ມີ​ນ້ຳໜັກ​ແຕ່ 9 ຫາ 10 ກິ​ໂລ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ