ເຂດ​ກວາງຊີ​​ຍຶດ​ຢາສູບ​ເຖື່ອນຢູ່​ຊາຍ​ແດນ​ຈີນ-ຫວຽດນາມ​ໄດ້​ພັນ​ກວ່າ​​ແກັດ
2017-02-23 11:15:19  cri 

ດ່ານ​ພາສີ​ເມືອງ​ຕົ່ງ​ຊິ່ງ ​ເຂດ​ກວາງຊີ ສປ ຈີນ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ: ຫຼັງ​ການ​ເຄື່ອນ​ໄຫວປະສົມ​ເພື່ອ​ປາບ​ປາມ​ການ​ຄ້າຂາຍ​ເຖື່ອນ 2017​ ​ເລີ່​ມປະຕິບັດພຽງ 10 ວັນ ຄື ​ແຕ່​ວັນ​ທີ 10-19 ກຸມພາ​ນີ້, ຂະ​ແໜງ​ການ​ປາບ​ປາມ​ການ​ຄ້າຂາຍ​ເຖື່ອນ​ດ່ານ​ພາສີ​ຈີນກໍ​ສາມາດ​ເລີກ​ຮື້​ 6 ຈຸດ​ກັກ​ຕຸ​ນຢາສູບ​​ເຖື່ອນ​ໄດ້ ​ແລະ ​ແລະ​ສາມາດ​ຍຶດຢາສູບ​ເຖື່ອນຫຼາຍຍີ່​ຫໍ້ 1.217 ​ແກັດ ​ແລະ​ອີກ 105 ຕຸ​ດ ມູນ​ຄ່າ​ກວ່າ 5 ລ້ານ​ຢວນ ຫຼື 7 ​ແສນກວ່າ​ໂດ​ລາ​ສະຫະລັດ.

ດ່ານ​ພາສີ​ຕົ່ງ​ຊິ່ງ ຊີ້​ວ່າ: ຫຼັງການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້ຮັບ​ປະສົບຜົນສຳ​ເລັດ​ຢ່າງ​ໃຫຍ່​, ຂະ​ແໜງ​ການ​ປາບ​ປາມ​ການ​ຄ້າຂາຍ​ເຖື່ອນ​ທ້ອງ​ຖິ່ນ​ຕົນ​ກໍ​​ເປີດ​ການ​ປາບ​ປາມ​ຢ່າງ​ເຂັ້ມງວດ​ອີກ​ຄັ້ງ​ໃໝ່ ​ໂດຍ​ໃນ​ປີ​ນີ້ ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຢູ່​ເຂດ​ຮັບຜິດຊອບ​ຂອງ​ຕົນ​ຕາມຊາຍ​ແດນ, ປ້ອງ​ກັນ​ບໍ່​ໃຫ້ການ​​ຄ້າຂາຍ​ເຖື່ອນ​ຈາກ​ຕົວ​ເມືອງ​ທີ່​ຖືກ​ຄວບ​ຄຸມ​ຢ່າງ​ເຂັ້ມງວດ​ນັ້ນຍ້າຍໄປ​ສູ່ພາກ​ຕາ​ເວັນ​ຕົກ ​ແລະ ອັດ​ຕັນ​ຊ່ອງ​ຫວ່າງ​ການ​ຄ້າຂາຍ​ເຖື່ອນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ