ສ.​ເກົາຫຼີປະ​ທ້ວງ​ຍີ່ປຸ່ນຈັດກິດຈະກຳ "ວັນ​ເກາະ​ຕາ​ເກ​ຊີ​ມະ"
2017-02-23 15:36:49  cri 

ລັດຖະບານ ສ.​ເກົາຫຼີອອກ​ຖະ​ແຫຼງການ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ໂດຍ​ປະ​ທ້ວງ​ລັດຖະບານ​ຍີ່ປຸ່ນ​ທີ່ສົ່ງ​ເຈົ້າໜ້າ​ທີ່​ຂັ້ນສູງ​ເຂົ້າຮ່ວມກິດຈະກຳ​ລະນຶກ "ວັນ​ເກາະ​ຕາ​ເກ​ຊີ​ມະ" ຢູ່​ແຂວງ​ຊີ​ມາ​ນາ​ເກັນ ທັງໆ​ທີ່​ເກາະ​ດັ່ງກ່າວ​ແມ່ນເກາະ​ໂດກ​ໂດຂອງ ສ.​ເກົາຫຼີ​.

ຖະ​ແຫຼງການ​ລະບຸ​ວ່າ: ບໍ່​ວ່າຈະ​​ເວົ້າຈາກ​ປະຫວັດສາດ, ພູມ​ສາດ ຫຼືວ່າ ກົດໝາຍ​ສາກົນ, ​ເກາະ​ໂດກ​ໂດ ກໍ​ແມ່ນ​ດິນ​ແດນ​ຂອງ​ປະ​ເທດ​ຕົນ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ ຈຶ່ງທວງ​ໃຫ້​ລັດຖະບານ​ຍີ່ປຸ່ນຮັບ​ຮູ້​ປະຫວັດສາດ​ການ​ຮຸກ​ຮານ​ແລະ​ປຸ້ນ​ຈີ້​ຂອງ​ຈັກກະພັດ​ຍີ່ປຸ່ນ​ຢ່​າງຖືກຕ້ອງ ​ແລະ ຢຸດຕິ​ການ​ທ້າ​ທາຍ​ເກາະ​ຜິດ​ທັງ​ໝົດໃນ​ເກາະ​ໂດກ​ໂດ.

ນອກ​ນີ້, ຂ່າວສານ​ໂຢນຮັບ ສ.​ເກົາຫຼີ ກໍ​ໄດ້​ລາຍ​ງານ​ວ່າ, ທ່ານ​ເຈິ​ງບຽງ​ໂວ​ນ ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮຽກ​ອັກຄະ​ລັດຖະທູດ​​ຍີ່ປຸ່ນ​ປະຈຳ ປະ​ເທດ​ຕົນ ​ເຂົ້າພົບ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກຸມພາ​ນີ້ ​ເພື່ອ​ປະ​ທ້ວງ​ເຈົ້າໜ້າ​ທີ່​ ຂັ້ນຮອງ​ລັດຖະມົນຕີ​ຂອງຍີ່ປຸ່ນທີ່​ໄດ້​​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວ.

ທັງ​ນີ້, ທ່ານ​ຊູນ​ຊູ​ເກະ ຮອງ​ລັດຖະມົນຕີ ​ຄະນະ​ລັດຖະບານ​ຍີ່ປຸ່ນ ​ໄດ້​ເຂົ້າຮ່ວມ​ກິດຈະກຳ​ລະນຶກ "ວັນ​ເກາະ​ຕາ​ເກ​ຊີ​ມະ" ທີ່​ຈັດ​ໂດຍ​ອຳນາດ​ການ​ປົກຄອງ​ແຂວງ​ຊີ​ມາ​ເນ​ເກັນ ​​ແລະ​ກໍ​ເປັນ​ເວລາ 5 ປີຕໍ່​ເນື່ອງທີ່​ລັດຖະບານ​ຍີ່ປຸ່ນ​ໄດ້​ສົ່ງ​ຮອງ​ລັດຖະມົນຕີ​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວນັບ​ແຕ່​ປີ 2013 ​ເປັນຕົ້ນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ