ເອທີ​ໂອ​ປີ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ 30 ລ້ານ​ເອີ​ໂຣ​​ເພື່ອ​ຮັບ​ເອົາ​ຊາວ​ອົບ​ພະຍົບ
2017-02-23 15:54:33  cri 

ຜູ້​ແທນ​ປະ​ເທດ​ໂຮ​ນລັງ ​ແລະ ອົງການ​ຈັດຕັ້ງສາກົນ ​ເຊັ່ນ ສະຫະພາບ​ເອີຣົບ ​ແລະ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ລິ​ເລີ່​ມປະຕິບັດ "​ແຜນປົກ​ປັກ​ຮັກສາ​ແລະ​ພັດທະນາ​​ເຂດ​ແຄວ້ນ" ຢູ່​ນະຄອນຫຼວງອາ​ດິສອາ​ເບ​ບາ ປະ​ເທດ​ເອທີ​ໂອ​ປີ ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ໂດຍ​ຊ່ວຍ​ເຫຼືອປະ​ເທດ​ດັ່ງກ່າວ 30 ລ້ານ​ເອີ​ໂຣ ​ເພື່ອ​ຮັບ​ເອົາ​ຊາວ​ອົບ​ພະຍົບ 8 ​ແສນ​ຄົນ.

​ແຜນ​ດັ່ງກ່າວ​ລິ​ເລີ່​ມ​ໂດຍ​ສະຫະພາບ​ເອີຣົບ, ​ລັດຖະບານໂຮ​ນລັງ, ລັດຖະບານ​ເອທີ​ໂອ​ປີ ​ແລະ ອົງການ​ສະຫະປະຊາ​ຊາດ ​​ໂດຍ​ເປັນ​ການ​ຈັດຕັ້ງປະຕິບັດ​ຮ່ວມ​ລະຫວ່າງໂດຍ​ຄະນະ​ຜູ້​ແທນ​ສະຫະພາບ​ເອີຣົບປະຈຳ​ເອທີ​ໂອ​ປີ, ​ລັດຖະບານໂຮ​ນລັງ ​ແລະ ລັດຖະບານ​ເອທີ​ໂອ​ປີ ​ເຊິ່ງທຶນ​ດັ່ງກ່າວ​ຕົ້ນຕໍ​ໃຊ້​ເຂົ້າ​ໃນ​ການຊ່ວຍ​ເຫຼືອຊາວ​ອົບ​ພະຍົບທີ່​ເອທີ​ໂອ​ປີ​ຮັບ​​ເອົາ ບໍ່​ວ່າ​ຈະ​ເປັນເຄື່ອງ​ຂອງ, ການ​ສຶກສາ, ການ​ປະກອບ​ອາຊີບ, ກົດໝາຍ, ພະລັງງານ ​ແລະ​ອື່ນໆ.

ຊາວ​ອົບ​ພະຍົບທີ່​ເອທີ​ໂອ​ປີ​ຮັບ​ເອົານັ້ນຕົ້ນຕໍ​ມາ​ຈາກ​ໂຊ​ມາລີ, ຊູ​ດັງ​ໃຕ້ ແລະ ​ເອີຣີຕຣີ ​ເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ