ການ​ຕັດສິນ​ຄະດີ​ຖອດ​ຖອນ​ປະທານາທິບໍດີ ສ.​ເກົາຫຼີຂັ້ນສຸດ​ທ້າຍ​ຖືກ​ເລື່ອນ​ໄປ​​ວັນ​ທີ 27 ​ເດືອນ​ນີ້
2017-02-23 16:09:53  cri 

ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ໄດ້​ພິຈາລະນາ​ຄັ້ງທີ 16 ກ່ຽວ​ກັບ​ຄະດີ​ຖອດ​ຖອນ​ປະທານາທິບໍດີ​ປັກ​ກຸນ​ເຮ ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ແລະ​ໄດ້​ປະກາດ​ເລື່ອນ​ວັນຕັດສິນ​ສຸດ​ທ້າຍ​ໄປ​​ວັນ​ທີ 27 ​ເດືອນດຽວ​ກັນ ໝາຍ​ຄວາມ​ວ່າການ​ພິຈາລະນາ​ຄະດີ​ການ​ຖອດ​ຖອນ​ທ່ານ​ນາງ​ປັກ​ກຸນ​ເຮ​ຂອງ​ສານ​ລັດຖະທຳ​ມະນູນ​ຈະ​ເຂົ້າສູ່​ໄລຍະ​ສຸດ​ທ້າຍ​ໃນ​ອາທິດ​ໜ້າ.

​ເມື່ອ​ເບິ່ງ​ຈາກ​ສະພາບ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ ສານ​ລັດຖະທຳ​ມະນູນ​ຈະ​ລົງຄຳ​ຕັດສິນ​ສຸດ​ທ້າຍພາຍ​ໃນ 2 ອາທິດຫຼັງສຳ​ເລັດ​ການພິຈາລະ​ນາຄະ​ດີ​ຂັ້ນສຸດ​ທ້າຍ ​ແລະ​ກໍ​ເປັນ​ການ​ຕັດສິນ​ວ່າ​ທ່ານ​ນາງ​ປັກ​ກຸນ​ເຮ​ຈະ​ອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ ຫຼືບໍ່.

ວັນ​ທີ 10 ມີນາ​ໜ້າ​ນີ້, ຄະດີ​ຖອດ​ຖອນ​ປະທານາທິບໍດີ​ຂອງ ສ.​ເກົາຫຼີຈະ​ໝົດ​ກຳນົດ​ການພິຈາລະນາ​ໃນ​ໄລຍະ 180 ວັນ ​ແລະ ​ຕໍ່​ໄປ​ອີກ 10 ກວ່າ​ວັນ, ຖ້າວ່າ​ສານ​ລັດຖະທຳ​ມະນູນ​ຕັດສິນ​ຄະດີ​ການ​ຖອດ​ຖອນ​ດັ່ງກ່າວຢ່າງ​ຖືກຕ້ອງ ກໍ​ຈະ​ເຮັດ​ໃຫ້ທ່ານ​ນາງ​ປັກ​ກຸນ​ເຮ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ ​ແລະ ຫຼັງຈາກ​ນັ້ນ 60 ວັນ ສ.​ເກົາຫຼີກໍ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ