ປະທານ​ປະ​ເທດ​ຈີນ​ເຫັນ​ພ້ອມ​ປະທານາທິບໍດີ​ອີຕາ​ລີຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດກ້າວ​ຂຶ້ນສູ່​ລະດັບ​ສູງ​ກວ່າ​ເກົ່າ
2017-02-23 16:46:10  cri 
ວັນ​ທີ 22 ກຸມພາ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ​ຈີນ, ພາຍຫຼັງທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ພົບ​ປະກັບ​ທ່ານ​ເຊີ​ກິ​ໂອ ມະ​ມາ​ເຣລາ, ປະທານາທິບໍດີ​ອີ​ຕາ​ລີ. ປະມຸກ​ລັດ​ສອງ​ປະ​ເທດ​ຕ່າງ​ກໍ​ເຫັນ​ດີ​​ເສີມຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈາກລະດັບ​ຍຸດ​ທະ​ສາດ​ແລະ​ສາຍຕາ​ຍາວນານ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ, ​ແລະສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜີ​ງ​ກ່າວ​ວ່າ, ຕະຫຼອດ​ໄລຍະ 47 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການພົວພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ມີ​ຄວາມ​ສະ​ເໝີ​ພາບ​ກັນ, ຮ່ວມ​ມື​ກັນ​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ກາຍ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ຂະນະ​ດຽວ​ກັນຈີນ​ກໍຍິນ​ດີ​ຕ້ອນຮັບ​ອີ​ຕາ​ລີເຂົ້າ​ຮ່ວມ​ ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ສ້າງ​ເວທີ​ການ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກວ້າງ​ກວ່າ​ເກົ່າ. ທັງສະໜັບສະໜູນ​​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​​ເອີ​ລົບ, ​ແລະຫວັງ​ວ່າ​ສອງ​ຝ່າຍຈະ​ຕັ້ງໜ້າ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ສັນຕິພາບ, ​ເຕີບ​ໂຕ, ການ​ປະຕິ​ຮູບ​ແລະ​ວັດທະນະທຳ, ຮ່ວມ​ກັນ​ສ້າງ​ໂລກ​​ແຫ່ງ​ສັນຕິພາບ, ​ເປີດ​ປະຕູ, ກວມ​ລວມ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ມະ​ມາ​ເຣລາກ່າວ​ວ່າ, ອີ​ຕາ​ລີ​ຍິນ​ດີ​​ເພີ່ມທະວີ​ການ​ໄປ​ມາ​ຫາ​ສູ່​ກັນ​​ໃນລະດັບ​ສູງ​ກັບ​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມືທັງ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ວັດທະນະທຳ​ແລະ​ອື່ນໆ, ​ເສີມຂະຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ທີ່​ມີ​ປະສິດທິ​ຜົນ​ຫຼາຍ​ກວ່​າ​ເກົ່າ, ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ຂະນະ​ດຽວ​ກັນ​ກໍ​ສະໜັບສະໜູນການ​ຮັກສາ​ລະບົບ​ການ​ຄ້າ​ຫຼາ​ຍຝ່າຍ​ທີ່​ເປີດ​ປະຕູ, ຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ຈີນ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ແລະ​ສຸມ​ກຳລັງ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ເອີ​ລົບ​ກັບ​ຈີນ​​ໃຫ້ຂະຫຍາຍ​ລົງ​ສູ່​ລວງ​ເລິກ.

ຫຼັງ​ເຈລະຈາ, ປະມຸກ​ລັດ​ສອງ​ປະ​ເທດ​​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີພິຍານ​ຂອງ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວັດທະນະທຳ, ​ເຕັກ​ນິກວິທະຍາສາດ, ການ​ສຶກສາ, ສາທາລະນະ​ສຸກ, ​ເສດຖະກິດ​ການ​ຄ້າ​ແລະ​ການ​ປະດິດ​ສ້າງ​ໃໝ່​ແລະ​ອື່ນໆ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ