ເຊີນເຂົ້າຮ່ວມງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດທົ່ວປະເທດ ຄັ້ງທີ 1
2017-02-23 16:49:31  cri 

 

  ຕອນແລງວັນທີ 22 ກຸມພານີ້, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ
ງານວາງສະແດງໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ທົ່ວປະເທດ ຄັ້ງທີ 1 ປະຈຳປີ 2017 ເພື່ອເປັນການສົ່ງເສີມຜະລິດຕະພັນ
ສິນຄ້າ. ໂດຍການ ເປັນປະທານຂອງທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາ
ຮອງລັດຖະມົນຕີ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ສະຖານທູດ
ປະຈໍາລາວ, ພາກສ່ວນກ່ຽວຂ້ອງ, ແຂກທີ່ເຊີນ ແລະ ຜູ້ປະກອບການ 144 ຫ້ອງເຂົ້າຮ່ວມ.

   ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມກະຊວງອຸດສາຫະກຳ ແລະ ການຄ້າກ່າວໃນພິທີ ເປີດງານວ່າ: ການຈັດງານຄັ້ງນີ້,
ເພື່ອສົ່ງເສີມຜູ້ປະກອບການໄດ້ຮັບກາໝາຍໂອດ໋ອບໃນທ້ອງຖິ່ນຫ່າງ ໄກສາມາດເຂົ້າມາຮ່ວມງານວາງສະແດງໂຄສະນາ, ນຳສະເໜີ
ສິນຄ້າຂອງຕົນພ້ອມທັງເປັນການເປີດ ໂອກາດໃຫ້ແກ່ໜ່ວຍທຸລະກິດໂອດ໋ອບ ແລະ ຫົວໜ່ວຍທຸລະກິດທີ່ຍັງບໍ່ທັນໄດ້ຮັບກາໝາຍ
ໂອດ໋ອບ ແຫ່ງຊາດໃນຂອບເຂດທົ່ວປະເທດໄດ້ນຳເອົາຜົນງານ ແລະ ຜະລິດຕະພັນຂອງຕົນເອງມາວາງສະແດງ ແລະຈຳໜ່າຍ,
ພົບປະແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ, ເຮັດການໂຄສະນາຜະລິດຕະພັນ ຂອງຕົນໃຫ້ແຂກທີ່ມາທ່ຽວຊົມງານໄດ້ຮັບຮູ້
ຢ່າງທົ່ວເຖິງ ແລະ ເພື່ອພັດທະນາສິນຄ້າ ODOP ກ້າວເຖິງ ການສົ່ງອອກໃນພາກພື້ນ ແລະ ສາກົນ. ງານວາງສະແດງຄັ້ງນີ້,
ໄດ້ມີສິນຄ້າທີ່ພົ້ນເດັ່ນຂອງບັນດາ ຫົວໜ່ວຍທຸລະກິດລາວ ແລະ ມີອາຫານພື້ນເມືອງລາວຈາກຫຼາຍແຂວງເຂົ້າຮ່ວມວາງສະແດງ
144 ຫ້ອງ, ໃນນັ້ນ, ມີສິນຄ້າ ODOP ມີ 67 ຫ້ອງ, ສິນຄ້າລາວມີ 44 ຫ້ອງ ແລະ ສິນຄ້າອາຫານລາວມີ 33 ຫ້ອງມູນຄ່າທີ່ນຳ
ມາວາງສະແດງຫຼາຍກວ່າ 3 ຕື້ກີບ. ຫວັງວ່າສິນຄ້າໂອດອບລາວ ທີ່ນໍາໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບ
ພະຍາກອນທ້ອງຖິ່ນ ເປັນເອກະລັກທ້ອງຖິ່ນຂອງເມືອງຫຼືບ້ານ, ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາແຕ່ຍາວນານ ຈະໄດ້
ຮັບການໂຄສະນາ ແລະ ເປັນທີ່ຍອມຮັບຂອງສັງຄົມລາວ ແລະ ຕ່າງປະເທດໃນລະດັບໜຶ່ງ ແລະ ກ້າວໄປສູ່ການຈັດງານວາງ
ສະແດງສິນຄ້າ ODOP ໃນລະດັບພາກພື້ນອາຊຽນຮ່ວມກັບຫຼາຍປະເທດ.

ທ່ານໃຫ້ຮູ້ຕື່ມອີກວ່າ: ຜ່ານການພັດທະນາໄລຍະເລີ່ມຕົ້ນແຕ່ປີ 2000 ຈົນມາຮອດປະຈຸບັນ ໄດ້ມີຫົວໜ່ວຍໂອດ໋ອບໃຫ້ແກ່ຫົວໜ່ວຍ
ກຸ່ມຜະລິດທັງໝົດ 131 ຫົວໜ່ວຍ, 486 ຜະລິດຕະພັນ, 127 ບ້ານ, 72 ເມືອງ, 17 ແຂວງທົ່ວປະເທດ, ຫັດຖະກໍາ 70,7 %,
ອາຫານ ແລະ ເຄື່ອງດື່ມ 21,7 % ຢາ ແລະ ຢາພື້ນເມືອງ 7,6%. ງານດັ່ງກ່າວຈະດຳເນີນໄປຈົນຮອດວັນທີ 26 ກຸມພາ 2017
ນີ້.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ