ສັນຍາ​ຄວາມ​ສະ​ດວກທາງ​ການ​ຄ້າ​ຂອງອົງການ​ການ​ຄ້າ​ໂລກ​​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ
2017-02-23 16:50:59  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 22 ກຸມພາ​ນີ້, ທ່ານ Roberto Azevedo ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ: ສັນຍາ​ວ່າ​ດ້ວຍ​ຄວາມ​ສະດວກ​ທາງ​ການ​ຄ້າ​ໄດ້​ຮັບ​ການ​​ໃຫ້​ສັດຕະຍາບັນ​ຈາກ​ສະມາ​ຊິກ​ 2/3 ​ແລ້ວ ​ແລະ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ.

​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​​ຢູ່​ສຳນັກງານ​ໃຫຍ່​​ເຊີ​ແນວຂອງອົງການ​ການ​ຄ້າ​ໂລກ​, ທ່ານ Roberto Azevedo ກ່າວ​ວ່າ: ສະມາຊິກ​ອົງການ​ການ​ຄ້າ​ໂລກ​ໄດ້​ປະຕິບັດຕາມ​ສັນຍາ​ວ່າ​ດ້ວຍ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໂດຍ​ຜ່ານ​ການ​ໃຫ້ສັດຕະຍາບັນ ​ເຊິ່ງ​ສັນຍາ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຄ້າ​ໂລກ​ຫຼຸດ​ລົງ 14,3%.

ຫຼັງ​ບັນ​ດາ​ສະມາຊິກ​ອົງການ​ກາ​ນຄ້າ​ໂລກ​ 2/3 ​ເຫັນ​ດີ​ຮັບຮອງ​​ເອົາ​, ສັນຍາ​ວ່າ​ດ້ວຍ​ຄວາມ​ສະດວກ​ທາງ​ການ​ຄ້າຈຶ່ງ​ມີ​ຜົນ​ສັກ​ສິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ