​ຈີນ-ອິນ​ເດຍຫາລື​ຍຸດ​ທະ​ສາດ​ການ​ຮ່ວມ​ມື
2017-02-23 16:54:06  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 22 ກຸມພາ​ນີ້​, ທ່ານ​ຈ່າງ​​ເຢຊຸຍ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ​ທ່ານ​ສຸ​ເຈ​ເຊີ ​ເລຂາ​ທິການ​ໃຫຍ່​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ​​ໄດ້​ຫາລື​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດຢູ່​ປັກ​ກິ່ງ ​​ໂດ​ຍ​ມີ​ເຈົ້າ​ໜ້າ​ທີ່​ຂອງ​ສອງ​ຝ່າຍ​​​ເຂົ້າ​ຮ່ວມ.

ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ຈີ​ນ-ອິນ​ເດຍມີ​ສະພາບ, ມີ​ໄລຍະ​ການ​ພັດທະນາ ​ແລະ​ເປົ້າ​ໝາຍຄ້າຍຄື​ກັນ ທັງມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ກວ້າງຂວາງ ​​ເຊິ່ງ​ເປັນ​ຄວາມ​ບົ່ມຊ້ອນ​ໃນ​ການ​ຮ່ວມ​ມື​ກັນຢ່າງ​ຫຼວງ​ຫຼາຍ. ​ແນວ​ໃດ​ກໍ​ດີ, ການຊຸກຍູ້ສົ່ງ​ເສີມ​ສາຍພົວພັນ​ຈີນ-ອິນ​ເດຍຢ່າງ​ໝັ້ນຄົງ​ນັ້ນ​ລ້ວນ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດພື້ນຖານ​ຂອງ​ສອງ​ລັດ ​ແລະ​ປະຊາຊົນ​ສອງ​ຊາດ. ນອກ​ນີ້, ຈີນ-​ອິນ​ເດຍ​ຍັງເຫັນ​ຜ້ອມຕໍ່​ການຮັກສາ​ທ່າ​ອ່ຽງກາ​ນພັດທະນາ​ສາຍ​ພົວພັນ​ສອງ​ຝ່າຍ, ຊຸກ​ຍູ້ການ​ໄປມາຫາສູ່​ກັນ​​ໃນ​ລະດັບ​ຕ່າງໆໃນ​ປີ 2017 ລວມທັງຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເພີ່ມທະວີ​ການ​ປະສານ​ສົມທົບ​ໃນ​ວຽກ​ງານ​ຂອງ​ພາກພື້ນ​ ກໍ​ຄື​ຂອງ​ໂລກ ທັງ​​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນ ​ແລະບັນຫາອ່ອນ​ໄຫວຢ່າງ​​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ