ສປປ ​ເກົາຫຼີ​ກຽມ​ຈະ​ສົ່ງ​ຄະນະຜູ້​ຊ່ຽວຊານກົດໝາຍ​ໄປ​ດຳ​ເນີນ​ການ​ສືບ​ສວນ​ຢູ່​ມາ​ເລ​ເຊຍ
2017-02-23 13:46:19  cri 
ຕາມ​ຂ່າວສານ​ສູນ​ກາງ​ເກົາຫຼີ: ​ໂຄສົກ​ຄະນະ​ກຳມະການ​ຜູ້​ຊ່ຽວຊານກົດໝາຍ ສປປ ​ເກົາຫຼີ​ກ່າວ​ວ່າ, ກຽມ​ຈະ​ສົ່ງ​ຄະນະ​ຜູ້​ຊ່ຽວຊານ​ກົດໝາຍ​ໄປມາ​ເລ​ເຊຍ ​ເພື່ອ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ໃນ​ກໍລະນີ​ທີ່​ພົນລະ​ເມືອງຂອງ​ຕົນຄົນ​ໜຶ່ງ​ຖືກ​ຄາດ​ຕະກຳ​ຢູ່​ມາ​ເລ​ເຊຍ.

​ໂຄສົກ​ທ່າ​ນນີ້​ບອກ​ວ່າ, ​ເພື່ອ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ຕໍ່​ເຫດການ​ດັ່ງກ່າວ, ​ພວກ​ເຮົາ​ໄດ້​ສະ​ເໜີ​ໃຫ້​ດຳ​ເນີນ​ການ​ສືບສວນ​ຮ່ວມ​ກັນ ​ແລະ​ຈາກ​ນີ້ກຽມ​ສົ່ງ​ຄະນະ​ຜູ້​ຊ່ຽວຊານກົດໝາຍ​ໄປມາ​ເລ​ເຊຍ ​ແລະ​ຈະໄປ​ຈຸດ​ເກີດ​ເຫດ​ໂດຍ​ກົງ ​ແລະ​​ພົບ​ຜູ້​ຕ້ອງ​ຫາ ​ເພື່ອຟັງ​ການ​ອະທິບາຍ​ຂອງ​ເຂົາ​ເຈົ້າ ​ແລະ​ຢືນຢັນ​ວ່າ ​ຜູ້​ຕ້ອງ​ຫາ​ໄດ້​ຮັບ​ຄຳ​ຊີ້​​ແຈງ​ຈາກ​​ໃຜ​, ນອກ​ນີ້ ຍັງ​ຈະ​ຊົມ​ວິ​ດີ​ໂອຈາກ​ກອງ​ວົງ​ຈອນ​ປິດ ​ເພື່ອ​​ເຮັດ​ໃຫ້ການ​ສືບສວນ​ເປັນ​ທຳ.

​ໂຄສົກ​ທ່ານ​ນີ້​ກ່າວຕື່ມ​ວ່າ, ຈະ​ອົດກັ້ນ​ຕໍ່​ການ​ກະທຳ​ທີ່​ຫວັງ​ທຳລາຍ​ພາບ​ພົດຂອງ​ ສປປ​ ​ເກົາຫຼີ ບໍ່​ໄດ້​ຢ່າງ​ເດັດຂາດ ​ແລະ​ຈະ​ຄົ້ນ​ຫາ​ເບື້ອງ​ຫຼັງທີ່ມືດ​ມົນ​ຂອງ​ເຫດການ​ດັ່ງກ່າວ​ຢ່າງ​ລະອຽດ, ຂະນະ​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ ສປປ​ ​ເກົາຫຼີ​ກ່າວ​ວ່າ ຈະ​ຕິດຕາມ​ທ່າ​ທີ​ຂອງ​ມາ​ເລ​ເຊຍ​ກ່ຽວ​ກັບ​ເຫດການ​ນີ້​ຢ່າງ​ໃກ້ຊິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ