ກົມ​ຕຳຫຼວດ​ນະຄອນຫຼວງ​ລອນ​ດອນ​ມີ​ຫົວໜ້າ​ເປັນເພດ​ຍິງ​ຜູ້​ທຳ​ອິດ​ໃນ​ປະຫວັດສາດ
2017-02-23 16:26:53  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 22 ກຸມພາ​ນີ້, ທ່ານ​ນາງ​ເກຣຊີ​ດາ ດິກ​ສ໌ ​ເຈົ້າ​ໜ້າ​ທີ່​ຕຳຫຼວດອາວຸ​ໂສ​ອັງກິດ​ໄດ້​ຮັບ​ການແຕ່ງ​ຕັ້ງ​ເປັນ​ຫົວໜ້າ​ກົມ​ຕຳຫຼວດ​ນະຄອນຫຼວງ​ລອນ​ດອນຄົນ​ໃໝ່ ​ແລະກາຍ​ເປັນ​ຫົວໜ້າ​ກົມ​ເພດ​ຍິງຜູ້​ທຳ​ອິດ​ຂອງ​ທີ່​ດຳລົງ​ຕຳ​ແໜ່ງດັ່ງກ່າວ.

ທ່ານ​ເອັມ​ເບີ ຣຸດ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ອັງກິດ​ກ່າວ​ໃນ​ໂອກາດປະກາດ​ແຕ່ງ​ຕັ້ງ​​ວ່າ ທ່ານ​ນາງ​ເກຣຊີ​ດາ ດິກ​ສ໌ ​ເປັນ​ບຸກຄົນທີ່​ດີ​ເດັ່ນ ​ແລະ​ມີ​​ແນວ​ຄິດພັດທະນາກົມ​ຕຳຫຼວດນະຄອນຫຼວງ​ໃນ​ອະນາຄົດຢ່າງ​ຈະ​ແຈ້ງ ຈາກສະຖານະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ເຄັ່ງ​ຄັດ ​ແລະ​ເກີດ​ໄພ​ຂົ່ມຂູ່​ຈາກ​ການ​ຕ້ອງ​ໂທດ​ທາງ​ອິນ​ເຕີ​ເນັດ​ນັບ​ມື້​ນັບ​ດຸ​ເດືອດ, ປະສົບ​ການ​ແລະ​ສາຍຕາ​ຂອງ​ທ່ານ​ຈະ​ເຮັດ​ໃຫ້​ກົມ​ຕຳຫຼວດ​ນະຄອນຫຼວງ​ລອນ​ດອນ​ກ້າວ​​ທັນ​​ສະຖານະ​ການ​ໃໝ່ ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ເຂດ​ນະຄອນຫຼວງ.

ທ່ານ​ຊາ​ດິກ ຄານ ​ເຈົ້າ​ຄອງ​ນະຄອນຫຼວງ​ລອນ​ດອນກໍ​ກ່າວ​ວ່າ, ທ່ານ​ນາງ​ເກຣຊີ​ດາ ດິກ​ສ໌​ເປັນ​ເພດ​ຍິງ​ຜູ້​ທຳ​ອິດ​ທີ່​ດຳລົງ​ຕຳ​ແໜ່​ງຫົວໜ້າກົມ​ຕຳຫຼວດ​ນະຄອນຫຼວງ, ​ໄດ້​ຮັບສິດ​ຫຼາຍ​ທີ່​ສຸດ​ຂອງ​ອັງກິດ ​ແລະ​​ເປັນ​ເລື່ອງ​ທີ່ໜ້າ​ຊົມ​ເຊີຍ​ເປັນ​ຢ່າງ​ຍິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ