ຈີນ​ຂໍ​ໃຫ້​ອາ​ເມ​ລິ​ກາ​ເຄົາລົບ​ອະທິປະ​ໄຕຂອງ​ປະ​ເທດ​ໃນ​ພາກ​ພື້ນ
2017-02-24 11:01:47  cri 
ມີ​ນັກ​ຂ່າວ​ຖາມ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ຕາມ​ປົກກະຕິ​ໃນ​ວັນ​ທີ 23 ກຸມພາ​ນີ້​ວ່າ: ກຳ​ປັ່ນ​ບັນທຸກ​ເຮືອບິນ​ອາ​ເມ​ລິ​ກາ​ຊື່ "Carl Vinson"​ເລີ່​ມປະຕິບັດ​ການລາດຕະເວນ​ຢູ່​ທະ​ເລ​ຈີນ​ໃຕ້​ແຕ່​ວັນ​ທີ 18 ກຸມພາ​ນີ້ ​ເຊິ່ງ​ເປັນ​​ເທື່ອ​ທຳ​ອິດຂອງ​ການ​ປະຕິບັດ​ການ​ດັ່ງກ່າວ​ຫຼັງ​ທ່ານ​ໂດນັນ​ທຣຳຂຶ້ນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ, ຈີນ​ມີ​ຄວາມ​ເຫັນ​ແນວ​ໃດຕໍ່​ການ​ປະຕິບັດ​ການດັ່ງກ່າວຂອງ​ອາ​ເມ​ລິ​ກາ.

ທ່ານ​ເຢິນ​ໂກວສຽງ ຮອງ​ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຢືນຢັນ​ວ່າ ຕົນ​ໄດ້​ຕິດຕາມ​ແລະ​ຮູ້​ກ່ຽວ​ກັບ​ໜ່ວຍ​ກຳ​ປັ່ນ​ບັນທຸກ​ເຮືອບິນ "Carl Vinson"ກອງທັບ​ເຮືອ​ອາ​ເມ​ລິ​ກາ​​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​ແລ້ວ ​ແລະ​ແນວ​ໃດ​ກໍ​ດີ​ກໍ​ຂໍໃຫ້​ອາ​ເມ​ລິ​ກາ​ເຄົາລົບ​ອະທິປະ​ໄຕ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຢ່າງ​ແທ້​ຈິງ ​ແລະ​ເຄົາລົບ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ທີ່​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາ​ບຂອງ​ທະ​ເລ​ຈີນ​ໃຕ້. ​ແນ່​ນອນ​, ຈີນ​ກໍ​ເຄົາລົບ​ສິດ​ເສລີພາບ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ​ຂ້າມ​ໂດຍ​ປະຕິບັດ​ຕາມ​ກົດໝາຍ​ລະຫວ່າງ​ຊາດ​ເຊັ່ນ​ກັ​ນ ອັນ​ເຮັດ​ໃຫ້ປັດຈຸບັນ, ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ສັນ​ຕິ​ພາບ​ແລະ​ສະ​ເຖຍລະ​ພາບ​ໂດຍ​ລວມ​ແລະ​ກໍຫວັງ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ລິ​ກາ​ຈະ​ປະກອບສ່ວນ​ຢ່າງ​ສ້າງສັນ​ຕໍ່​ສະຖານະ​ການ​ທີ່​ດີດັ່ງກ່າວ,ຫາກ​ບໍ່​ແມ່ນ​​ໄປ​ທາ​ງກົງກັນຂ້າມ.

ທ່ານ​ເຢິນ​ໂກວສຽງ​ຊີ້​ໃຫ້​ເຫັນວ່າ: ສາຍ​ພົວພັນ​ຂອງສອງ​ກອງທັບ​ຈີນ-ອາ​ເມ​ລິ​ກາ​ທີ່​ມີ​ຄວາມ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ລ້ວນ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ສອງ​ຊາດ ທັງ​ເປັນ​ປະ​ໂຫຍ​ດຕໍ່​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກກໍ​ຄື​ຂອງ​ໂລກ ​ເຊິ່ງທັງສອງ​ປະ​ເທດຕ້ອງ​ໄດ້ປົກ​ປັກ​ຮັກສາສາຍ​ພົວພັນ​ນີ້​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ