ນາຍົກ​ຝຣັ່ງຊົມ​ເຊີຍການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບຈີນ
2017-02-24 11:07:57  cri 
ທ່ານ​ເບ​ນາດ ຄາ​ເຊ​ເນັບ ນາຍົກລັດຖະມົນຕີຝຣັ່ງ​ໄດ້​ໃຫ້​ສຳພາດ​ນັກ​ຂ່າວ​ຂອງ​ໜັງສື​ມພິມLe Parisien ​​ໃນ​ໂອກາດ​ເດີນທາງຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 21-23 ກຸມພາ​ນີ້ ​ໂດຍ​ຢືນຢັນ​ວ່າ ການ​ຮ່ວມ​ມືລະຫວ່າງ​ຝຣັ່ງ-ຈີນ​ໃນ​ຫຼາຍ​ຂົງ​ເຂດ​ໄດ້​ຮັບ​ຜົນສຳ​ເລັດ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ທ່ານ​ຄາ​ເຊ​​ເນັບ​ຢືນຢັນ​ວ່າ ຝຣັ່ງ​ແລະ​ຈີນ​ໄດ້​ປະສົບ​ຜົນສຳ​ເລັດໃນ​ການ​ຮ່ວມ​ມື ​ຫຼາຍ​ຂົງ​ເຂດ​ແລະ​ບັນຫາ​ເປັນ​ຕົ້ນ, ອະວະກາດ,ການບິນ​ອະວະກາດ,ພະລັງງານ​ນິວ​ເຄລຍທີ່​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ພົນລະ​ເຮືອນ, ອາຫານ​ແລະຜະລິດ​ຕະພັນ​ສຳຮອງ​ກະສິກຳ, ບັນຫາການດູ​ແລ​ຄົນ​ຊະລາ​ແລະ​ອື່ນໆ, ຂະນະ​ທີ່​ຈຸດປະສົງ​ໃນ​ການຢ້ຽມຢາມ​ເທື່ອ​ນີ້​ກໍ​ເພື່ອ​ລົງ​ເລິກ​ສາຍ​ພົວພັນ​ຮ່ວມ​ມື​ລັກສະນະ​ນີ້​ໃຫ້​ເປັນ​ຮູບ​ປະ​ທຳ.

ນອກ​ນີ້​,ທ່ານ​ຄາ​ເຊ​​ເນັບ​ຍັງ​​ໄດ້ຍົກ​​ເອົາການ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດ​ລົດ​ຕຸ່ງ​ເຟິ່ງຈີນ​ແລະ​ກຸ່ມ​ບໍລິ​ສັດPSA Peugeot Citroenຝຣັ່ງ​ໃຫ້​ເປັນ​ຕົວຢ່າງ​​ໂດຍ​ເຫັນ​ວ່າ​ນີ້​ເປັນຕົວ​ແບບ​ການ​ຮ່ວມ​ມື​ຝຣັ່ງ-ຈີນ​ທີ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ແລະ​ເປັນ​ການ​ຮ່ວມ​ມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານກ່າວຕື່ມວ່າ: ​ເມື່ອປີ 2014, ບໍລິສັດPSA Peugeot Citroenເກືອບລົ້ມລະລາຍ, ແຕ່ຫຼັງຈາກນັ້ນ 3 ປີ,ບໍລິສັດດັ່ງກ່າວໄດ້ຟື້ນຕົວຄືນທັງບໍ່ໄດ້ເສຍຕຳແໜ່ງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ແຕ່​ປະການ​ໃດເລີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ