ຫວຽດນາມ​ສຸມ​ໃສ່​ຍົກ​ສູງກຳລັງ​​ແກ້ງ​ແຍ້​ງຂອງ​ຂະ​ແໜງ​ການ​ຂົນ​ສົ່ງ
2017-02-24 11:28:14  cri 
ຂ່າວສານ​ຫວຽດນາມ​ລາຍ​ງານ​ໃນ​ວັນ​ທີ 23 ກຸມພາ​ນີ້​ວ່າ: ​ແຜນ​ງ​ານຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ຂົນ​ສົ່ງ​ຫວຽດນາມ​​ເພື່ອ​ຍົກສູງ​ກຳລັງ​​ແກ້ງ​ແຍ້​ງກ່ອນປີ 2050 ​ທີ່​ນາຍົກລັດຖະມົນຕີລົ​ງນາມ​ກ່ອນ​ໜ້າ​ນີ້​ບໍ່​ດົນ ຈະ​ສ້າງກຳລັງທີ່​ແຂງ​ແຮງ​ໃນ​ການ​ຊ່ວຍ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ຂົນ​ສົ່ງ ​ໃຫ້​ເປັນຂະ​ແໜງ​ການ​ບໍລິການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ.

ຂ່າວ​ແຈ້ງວ່າ: ຫວຽດນາມ​ຕັ້ງ​ຢູ່​ໃຈກາງ​ອາ​ຊຽນ ​ແລະ​ມີ​ໂອກາດ​ດີກ້າວ​ໄປ​ສູ່​ການເປັນທາງ​ຜ່ານ​ແລະ​ສູນ​ເຕົ້າໂຮມ​ສິນຄ້າທີ່​ຫັນ​ໜ້າ​ສູ່​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ,ອາຊີ​ໃຕ້,ອາຊີ​ຕາ​ເວັນ​ອອກສຽ​ງ​ໃຕ້, ທະວີບອາ​ເມ​ລິ​ກາ,ໂອ​​ເຊ​ອານີ​ແລະ​ອື່ນໆ. ປັດຈຸບັນ, ຂະ​ແໜງ​ການ​ຂົນ​ສົ່ງບັນລຸ​ການ​ສ້າງ GDP ​ໄດ້​ພຽງ​ແຕ່ 3% ​ຂອງ​ເສດຖະກິດ​ຫວຽດນາມເທົ່າ​ນັ້ນ, ​ແຕ່​ຄ່າ​ໃຊ້​ຈ່າຍ​ການ​ຂົນ​ສົ່ງ​​ໄດ້ສູງ​ເຖິງ 20%ຫາ25% ຂອງ GDP. ຂະນະ​ທີ່ຢູ່​ປະ​ເທດ​ທີ່​ພັດທະນາ​ແລ້ວ, ອັດຕາ​ດັ່ງກ່າວ​ກວມພຽງ​ແຕ່ 10%ຫາ 13% ຂອງ GDP ​ເທົ່າ​ນັ້ນ. ຈາກ​ນີ້ຈິ່ງ​ເຫັນ​ວ່າ, ການ​ປະຢັດ​ຄ່າ​ໃຊ້​ຈ່າຍທາງ​ການ​ຂົນ​ສົ່ງ​ຈະ​ສາມາດ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຍົກ​ສູງ​ກຳລັງ​​ແກ້ງ​ແຍ້​ງ​ຂອງ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ