ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ເປີດ​ເຜີຍ​ຜົນ​ການ​ສັນ​ນະ​ສູດ​ສົບ​ຊາຍສປປ ​ເກົາຫຼີ​ທີ່​ຖືກ​ລອບ​ຄາດ​ຕະກຳ​​ແລ້ວ
2017-02-24 16:42:02  cri 
ທ່ານ​ຮາ​ລິດ ອາ​ບູ ບາຄາ ຜູ້​ບັນຊາ​ການຕຳຫຼວດ​ມາ​ເລ​ເຊຍ​ອອກ​ຖະ​ແຫຼ​ງການ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​​ໃນ​ວັນ​ທີ 24 ກຸມພາ​ນີ້​ໂດຍ​ຢືນຢັນ​ວ່າ ຜູ້​ຊາຍສປປ ​ເກົາຫຼີ​ທີ່​ເສຍ​ຊີວິດ​ຈາກ​ການ​ລອບ​ຄາດ​ຕະກຳຢູ່​ສະໜາມ​ບິນ​ສາກົນ 2 ກົວ​ລາ​ລຳ​ເປີ​ນັ້ນ​ ​ຍ້ອນ​ສານພິດ​ເສັ້ນປະສາດVX.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ແຈ້ງ​ຂ່າວ​ກ່ອນ​ໜ້າ​ນີ້​ວ່າ: ຜູ້​ຊາຍສປປ ​ເກົາຫຼີ​ທີ່​ຖືໜັງສືຜ່ານ​ແດນ​ຊື່ ກິມ​ເຊ ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼັງ​ຖືກ​ຜູ້ຍິງ​ສອງ​ຄົນຄາດ​ຕະກຳຢູ່​ສະໜາມ​ບິນ​ສາ​ກົນ 2 ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 13 ກຸມພາ​ນີ້, ຫຼັງ​ຈາກ​ນັ້ນ, ຊາຍ​ຜູ້​ນີ້​ກໍເສຍ​ຊີວິດ​ລະຫວ່າງ​ກາງ​ທາງຂະນະ​ນຳ​ສົ່ງ​ໄປ​ໂຮງໝໍ ປູ​ຕຣາຈາ​ຢາPutrajayaມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ