ທຳນຽບປະທານາທິບໍດີ ສ.​ເກົາຫຼີປະຕິ​ເສດການ​ສະໝັກ​ໃຈ​ລາ​ຕຳ​ແໜ່​ງຂອງ​ທ່ານ​ນາງ​ປັກ​ກຸນ​ເຮ​
2017-02-24 10:52:04  cri 

​ເຈົ້າໜ້າ​ທີ່​ຊົງ​ວາ​ເຕ ທຳນຽບປະທານາທິບໍດີ ສ.​ເກົາຫຼີ ​ໄດ້ປະຕິ​ເສດ​​ໃນ​ວັນ​ທີ 23 ກຸມພາ​ນີ້ ​ໃນ​ກໍລະນີ​ທີ່ທ່ານ​ນາງ​ປັກ​ກຸນ​ເຮ​ສະໝັກ​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ ກ່ອນ​ສານ​ລັດຖະທຳ​ມະນູນ​ຕັດສິນ​ຄະດີ​ຖອດ​ຖອນ​ຕົນ ​ເພື່ອຫຼີກ​ເວັ້ນການ​ຖືກ​ກ່າວ​ຟ້ອງ.

​ເຈົ້າໜ້າ​ທີ່​ຜູ້​ນີ້​​ເວົ້າຕໍ່​ສື່​ມວນ​ຊົນ ສ.​ເກົາຫຼີວ່າ: ຊົງ​ວາ​ເຕບໍ່​ໄດ້​ພິຈາລະ​ນາ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ທ່ານ​ນາງ​ປັກ​ກຸນ​ເຮສະໝັກ​ໃຈລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ກໍ​ບໍ່​ມີ​ໃຜ​ຫາລື​ທາງ​ເລືອກ​ນີ້​​ແຕ່​ປະການ​ໃດ ທັງ​ບໍ່​ຮູ້​ວ່າຄຳ​ຊ່າ​ລື​ນີ້​ເກີດ​ມາ​ຈາກ​ໃສ.

ທັງ​ນີ້, ສື່​ມວນ​ຊົນ ສ.​ເກົາຫຼີ ​ໄດ້​ລາຍ​ງານ​ຫວ່າງ​ມໍ່ໆ​ນີ້​ວ່າ, ທ່ານ​ນາງ​ປັກ​ກຸນ​ເຮ​ອາດ​ຈະ​ສະໝັກ​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່​ງ ກ່ອນ​ສານ​ລັດຖະທຳ​ມະນູນ​ຕັດສິນ​ຄະດີ​ຖອດຖອນ​ ກໍ​ຄື ສະ​ແຫວ​ງຫາ​ການ​ບັນລຸ​ສັນຍາ​ການ​ເມືອງ​ໃດ​ໜຶ່ງ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ ​ເພື່ອຫຼີກ​ເວັ້ນບໍ່​ໃຫ້ຕົນ​ຖືກກ່າວ​ຟ້ອງ​​​ໃນ​ຂໍ້​ຫາ "ຄົນ​ສະໜິດ​ແຊກ​ແຊງ​ວຽກ​ງານ​ບໍລິຫານ​ລັດ".

ບຸກຄົນ​ຈຳນວນ​ໜຶ່ງ​ຂອງ ສ.​ເກົາຫຼີ ຊີ້​ວ່າ: ຖ້າວ່າ​ທ່ານ​ນາງ​ປັກກຸນ​ເຮສະໝັກ​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່​ງ ກໍ​ຈະບໍ່​​ເຮັດໃຫ້​ວຽກ​ງານ​ບໍລິຫານ​ລັດ​ວຸ້ນວາຍ​ຕື່ມ​ອີກ​ຈາກ​ການ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ. ​ແຕ່ຂະນະ​ດຽວ​ກັນ ກໍ​ມີບາງ​ຄົນ​​ເຫັນ​ວ່າ ທ່ານ​ນາງ​ປັກ​ກຸນ​ເຮ ​ຫວັງ​ຢາກອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ບໍ່​ມີ​ມົນທິນ ​ເພື່ອຫຼີກ​ເວັ້ນການ​ລົງ​ໂທດ​ຕາມ​ກົດໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ