"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ເປັນ​ພະລັງ​ຊຸກ​ດັນ​ຂະ​ບວນການ​ໂລກາ​ພິວັດ
2017-02-24 16:24:42  cri 

ທ່ານ​ພາສຄາວ ລາ​ມີ ອະດີດ​ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ ກ່າວ​ຢູ່​ຈາ​ກາ​ຕາ​ໃນ​ວັນ​ທີ 23 ກຸມພາ​ນີ້​ວ່າ: ປັດຈຸບັນ, ຂະ​ບວນການ​ໂລກາ​ພິວັດ​ໄດ້​ປະ​ເຊີນ​ກັບ​ບັນຫາ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ, ຂະນະ​ທີ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈີນ​ສະ​ເໜີ ຈະ​ເປັນ​ພະລັງ​ຊຸກ​ດັນ​ຂະ​ບວນການ​ດັ່ງກ່າວ​ໃນ​ອະນາຄົດ.

ທັງ​ນີ້, ທ່ານ​ລາ​ມີ ​ໄດ້​ກ່າວ​ໃນກອງ​ປະຊຸມ​ສົນທະນາ​ສາທາລະນະ​ໃນ​ຫົວ​ຂໍ້ "ຈະອຳລາ​ ຫຼື ຈະ​ຂະຫຍາຍ​ໂລກາ​ພິວັດ" ຢູ່​ນະຄອນຫຼວງຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ດັ່ງກ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ໄດ້​ປະດິດ​ສ້າງ​ຂຶ້ນດ້ວຍ​ສະຕິ​ປັນຍາ, ຂະນະ​ທີ່​ຈີນ​​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສິ່ງ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຢູ່​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ຕາມ​ຂໍ້​ລິ​ເລີ່​ມດັ່ງກ່າວ ​ເຊິ່ງກໍ​ພໍດີ​ເປັນ​ສິ່ງ​ທີ່ຫຼາຍປະ​ເທດ​ຕ້ອງການ​​ດ່ວນ ​ແລະ ຊົມ​ເຊີຍ​ທີ່​ສຸດ.

ທ່ານ​ລາ​ມີ ກ່າວ​ຕື່ມ​ວ່າ: ການ​ພັດທະນາ​ສິ່ງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຄ້າ​ທົ່ວ​ໂລກ. ​ແນວ​ໃດ​ກໍ​ດີ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່ຢູ່​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ແລະ​ກໍ​ເຮັດ​ໃຫ້​ຈີນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ໃນ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ