ຊາວ​ອາ​ເມ​ລິ​ກາທີ່​ຮູ້ສຶກ​ເປັນ​ມິດ​ກັບ​ຈີນ​​ສ້າງ​ສະຖິຕິ​ໃໝ່​ໃນ​ຮອບ 30 ປີ
2017-02-24 16:26:56  cri 

ຜົນ​ການສຳຫຼວດ​ຄັ້ງຫຼ້າສຸດ ທີ່​ TNS-Gallp ​ ບໍລິສັດສຳຫຼວດຄວາມ​ເຫັນ​ຂອງ​ປະຊາຊົນ​ອາ​ເມ​ລິ​ກາ ​ໄດ້​ເຜີຍ​ແຜ່​ໃນ​ວັນ​ທີ 23 ກຸມພາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ປັດຈຸບັນ, ຊາວ​ອາ​ເມ​ລິ​ກາ​ເຄິ່ງໜຶ່ງ​ຮູ້ສຶກ​ເປັນ​ມິດ​ກັບ​ຈີນ ​ແລະຖື​ເປັນ​ສະຖິຕິ​ສູ​ງສຸດ​ໃນ​ຮອບ​ເກືອບ 30 ປີ.

ການ​ສຳຫຼວດ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່​ລະຫວ່າງ​ວັນ​ທີ 1-5 ກຸມພາ​ນີ້ ​ໂດຍ​ຊາວ​ອາ​ເມ​ລິ​ກາ 50% ຮູ້ສຶກ​ເປັນ​ມິດ​ກັບ​ຈີນ ​ເພີ່ມ​ຂຶ້ນ 6% ​ເມື່ອ​ທຽບ​ໃສ່​ປີຜ່ານມາ ​ແລະ​ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ໃສ່​ປີ 2012.

ບໍລິສັດ TNS-Gallp ​ເຫັນ​ວ່າ ຄຽງ​ຄູ່​ກັບ​ທ່ານ​ໂດ​ນັນ ທຣຳ ສະມາຊິກ​ພັກຣີພັບ​ບຣີກັນ ທີ່​ມີ​ເຈດ​ຈຳນົງ​ໃຊ້​ມາດ​ຕະການ​ແຂງ​ກັບ​ຈີນ​ໃນ​ດ້ານ​ການ​ຄ້າ ​ແລະ​ບັນຫາ​ອື່ນໆ ​ໄດ້​ຂຶ້ນດຳ​ລົງ​ຕຳ​ແໜ່​ງປະ​ທານາ​ທິບໍດີ, ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ກໍ​ມີ​ອະນາຄົດທີ່​ບໍ່​ສົດ​ໃສ. ຂະນະ​ທີ່​ຜົນການ​ສຳຫຼວດເທື່ອ​ນີ້ ອາດຈະ​​ເປັນ​ສິ່ງ​ທີ່ຊ່ວຍ​ລັດຖະບານ​ທຣຳ​ເຂົ້າ​ໃຈ​ວ່າ ປັດຈຸບັນ​ນີ້, ປະຊາຊົນ​ອາ​ເມ​ລິ​ກາ​ເບິ່ງ​ຈີນ​ໃນ​ແງ່​ມູມອ່າວ​ຕັ້ງໜ້າ ​ແລະ​ກໍ​ອາດ​ຈະ​ບໍ່ຮັບການ​​ເຫັນ​ດີ​ທີ່ທ່ານ​ທຣຳ​ໃຊ້​ນະ​ໂຍບາຍ​ແຂງ​ຕໍ່​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ