ມາ​ເລ​ເຊຍ​ຂໍ​​ໃຫ້ອົງການ​ຕຳຫຼວດອາ​​ຍາສາກົນ​​ຊ່ວຍ​ສືບສວນ​ຄະດີ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດ
2017-02-24 21:00:05  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ:ທ່ານ​ກາລິດ ອາ​ບູ ບາ​ກາ ຜູ້​ບັນຊາ​ການ​ຕຳຫຼວດມາ​ເລ​ເຊຍ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 23 ກຸມພາ​ນີ້​ວ່າ,ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ອົງການ​ຕຳຫຼວດອາ​ຍາ​ສາກົນ​ເພື່ອ​ຊ່ວຍ​ຊອກ​ຈັບ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ​ໃນ​ຄະດີ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດ​ຢູ່ປະ​ເທດ​ຕົນ​ໃນ​ວັນ​ທີ 13 ກຸມພາ​ນີ້.

ທ່ານ​ຄາລິດກ່າວ​​ໃນໂອກາດ​ເຂົ້າ​ຮ່ວມ​ກິດຈະກຳ​ທາງ​ສັງຄົມ​ເທື່ອ​ໜຶ່ງ​ວ່າ,ມາ​ເລ​ເຊຍ​ໄດ້​ຮ້ອງ​ຂໍ​ໃຫ້​ອົງການ​ຕຳຫຼວດອາ​​ຍາ​ສາກົນ​ປະກາດ​ແຈ້ງ​ການ​ເພື່ອ​ຊ່ວຍຊອກ​ຈັບຜູ້​ຕ້ອງ​ສົງ​ໄສ 4 ຄົນ​ເນື່ອງ​ຈາກ​ຕຳຫຼວດ​ເຫັນ​ວ່າ,ຜູ້​ຕ້ອງ​ສົງ​ໄສ​ຫຼາຍຄົນ​​ໄດ້​ໜີ​ອອກ​ຈາກ​ມາ​ເລ​ເຊຍ​ແລະ​ກັບ​ຄືນ​ສປປ​ເກົາຫຼີ​ໃນ​ວັນ​ເກີດ​ເຫດ.

ທ່ານ​ກ່າວ​ຕື່ມ​ວ່າ,ສຳລັບ​ເຈົ້າ​ໜ້າ​ທີ່​ທີ່​ຍັງ​ຢູ່ສະຖານທູດ​ສປປ​ເກົາຫຼີປະຈຳມາ​ເລ​ເຊຍ​ຜູ້​ໜຶ່ງ​ທີ່​ກ່ຽວຂ້ອງ​ກັບ​ຄະດີ​ຕາມ​ປະກາດ​ແຈ້ງ​ການ​ກ່ອນ​ໜ້າ​ນີ້,ມາ​ເລ​ເຊຍ​ໄດ້​ຝາກ​ຈົດໝາຍ​ໃຫ້​ສະຖານ​ທູດ​ສປປ​ເກົາຫຼີຜ່ານ​ກະຊວງ​ການ​ຕ່າງ​ປະ​ເທດ​ໂດຍ​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວພັນ​ກັບ​ຄະດີ​ຜູ້​ນີ້​ສະ​ແດງ​ຕົວອອກ​ມາ.​ແນວ​ໃດ​ກໍ​ດີ,​ເຖິງ​ວ່າ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວພັນ​ກັບ​ຄະດີ​ມີ​ອະພິສິດ​ທາງ​ການ​ທູດ​ກໍ​ຕາມ,​ແຕ່​ຕຳຫຼວດກໍມີ​ສິດ​​ສອບ​ປາກ​ຄຳ​ແລະ​ປະສານ​ກັບ​ການ​ສືບສວນ​ໄດ້.

ຂ່າວ​ລາຍ​ງານ​ອີກ​ວ່າ,ຕອນ​ເຊົ້າ​ວັນ​ທີ 23 ກຸມພາ​ນີ້,​ເຈົ້າ​ໜ້າ​ທີ່​ສະຖານທູດສປປ​ເກົາຫຼີປະຈຳ​ມາ​ເລ​ເຊຍ​ຜູ້​ໜຶ່ງ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ທີ່​ລໍຖ້າ​ຢູ່​ນອກ​ສະຖານທູ​ດ​ໂດຍ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ກ່ຽວ​ກັບ​ເຈົ້າ​ໜ້າ​ທີ່​ເລຂາ​ຊັ້ນ​ສອງ​ຂອງ​ສະຖານທູດ​ສປປ​ເກົາຫຼີຜູ້​ໜຶ່ງກ່ຽວຂ້ອງ​ກັບ​ຄະດີ​ແລະ​ກ່າວ​ວ່າ​ນີ້​​ເປັນ "ການ​ຢຽບຢ່ຳ​"ອະທິປະ​ໄຕຂອງສປປ​ເກົາຫຼີຢ່າງ​ຮ້າຍ​ແຮງ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ