ປະ​ທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ເປັນ​ຫ່ວງ​ປະຊາທິປະ​ໄຕ​ແບບຫົວ​ຮຸນ​ແຮງ​ພາຍ​ໃນ​ປະ​ເທດກາຍ​ເປັນ​ລັດທິ​ຊາດ​ນິຍົມ
2017-02-24 21:03:07  cri 
ຕາມ​ຂ່າວສານ​ຈີນ:ທ່ານ​ໂຈ​ໂກ ວີ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ຂຶ້ນ​ຮັບ​ຕຳ​​ແໜ່​ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຮ່ວມ​ໃຈ​ປະຊາຊົນ​ຫູ​ຮາ​ນຸຣາທີ່​ສູນ​ປະຊຸ​ມສາກົນ​ເຊ​ນຕຸ​ນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 22 ກຸມພາ​ນີ້​ວ່າ,ປະຊາທິປະ​ໄຕ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຫັນ​ໄປ​ສູ່​ລັດທິ​ຊາດ​ນິຍົມ​ຫົວ​ຮຸນ​ແຮງ.

ໜັງສືພິມ​ຊາງ​ບາ​ວອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​​ໂດຍ​ອ້າງ​ຕາ​ມການ​ເປີດ​ເຜີຍ​ຂອງທ່ານ​ໂຈ​ໂກວ່າ,ການ​ເມືອງ​ປະຊາທິປະ​ໄຕ​ຂອງປະ​ເທດ​ຕົນ​ໄດ້​ສ້າງ​ໂອກາດ​ໃຫ້​ແກ່​ການ​ກຳ​ເນີ​ດລັດທິ​ຫົວ​ຮຸນ​ແຮງ,​ເປັນ​ຕົ້ນເສລີ​ນິຍົມ,ລັດທິ​ຫົວ​ຮຸນ​​ແຮງ,ລັດທິ​ຈາຮີດ​ນິຍົມ,ລັດທິ​ສາສະໜາ,ລັດທິ​ກໍ່​ການ​ຮ້າຍ​ແລະ​ລັດທິ​ສາສະໜາ​ອື່ນໆ​ເຊິ່ງກຸ່ມ​ລັດທິ​ຫົວ​ຮຸນ​ແຮນ​ເຫຼົ່ານີ້​ກຳລັງ​ຫັນ​ເອົາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ,ສາສະໜາ​ແລະ​ລັດທິ​ເຊື້ອ​ຊາດ​ເປັນ​ການ​ເມືອງ.

ຂະນະ​ດຽວ​ກັນ,ທ່ານ​ກໍໄດ້​ອ້າງ​ຕາມ​ຖະ​ແຫຼງການ​ຂອງ​ທ່ານໂອສມານ ຊັບຕາ ປະທານພັກຮານຸຣາວ່າ,ຖ້າປ່ອຍປະລະເລີຍການ​ໂຄສະນາ​ຄວາມອາຄາດບາດໝາງ, ການນິນທາວ່າຮ້າຍ,ຂ່າວເທັດ,ການປ້ອຍດ່າແລະການຢຽດຫຍາມ,ອິນໂດເນເຊຍກໍຈະ ແຕກແຍກ.ທ່ານກ່າວຕື່ມວ່າ,ຂໍກະແຈທີ່​ສາມາດສະກັດກັ້ນລັດທິຊາດນິຍົມຫົວຮຸນ ແຮງຄື​ການສ້າງລະບົບກົດໝາຍ​ແລະເຈົ້າໜ້າທີ່ປະຕິບັດກົດໝາຍຕ້ອງຮູ້ແຈ້ງ​ແລະຈະລັ່ງເລອີກຕໍ່ໄປບໍ່ໄດ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ