ປີນີ້ຈີນຫວັງຈະຮັກສາການເຕີບໂຕທາງ​ເສດຖະກິດຢ່າງໜັກແໜ້ນ
2017-02-24 21:06:01  cri 
ໜັງສືພິມເຢີນໝິນຢື້ປ້າວຂອງຈີນລາຍງານວ່າ:ທ່ານລີເວີຍ ຫົວໜ້າສູນຄົ້ນຄວ້າການພັດທະນາ ຂອງຄະນະ​ລັດຖະບານ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ໃຫ້​ຄຳ​ປຶກສາ​ນະ​ໂຍບາຍ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 23 ກຸມພາ​ນີ້​ວ່າ,ອີງ​ຕາມ​ຈັງຫວະ​ເສດຖະກິດ​ຈີນ​​ໃນ​ປີ 2016,ທ່ວງທ່າ​​ການ​ສະໜອງ​​ແລະ​ຄວາມ​ຕ້ອງການທີ່​ຂາດ​ຄວາມ​ສົມ​ດຸນ​ຂອງ​ເສດຖະກິດ​ຈີນ​ພວມຫຼຸດຜ່ອນລົງ, ຄວາມ​ສ່ຽງ​ຕາມ​ຈັງຫວະ​ການ​ເຕີບ​ໂຕ​ທາງເສດຖະກິດຈະ​ຊ້າ​ລົງ​ຢ່າງ​ວ່ອງ​ໄວກໍ​ໄດ້​ຫຼຸດລົງ, ການ​ເຕີບ​ໂຕ​ແບບ​ໂຕ " L" ​ຈາກ​​ແນວ​ຕັ້ງ​ໃນ​ແຕ່​ກ່ອນ​ຫັນ​ສູ່​ແນວ​ນອນ​ແລະການ​ຫັນປ່ຽນ​ທາງ​ເສດຖະກິດ​ຈາກ​ຂັ້ນ"ຫຼຸດຄວາມ​ໄວ"​ໄປ​ສູ່​ຂັ້ນ​ "ຍົກ​ສູງ​ຄຸນ​ນະພາ​ບ".

​ສຳລັບຄວາມ​ຕ້ອງການ​ຈາກ​ພາຍ​ນອກ,ອົງການ​ສາກົນທີ່​ສຳຄັນ​ລ້ວນ​ແຕ່​ຄາດ​ຄະ​ເນ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​​ໃນ​ປີ​ນີ້​ຈະ​ກະ​ເຕື້ອງ​​ຂຶ້ນ​ເລັກ​ໜ້ອຍ,ຈາກ​ນີ້​ຈຶ່ງຄາດ​ວ່າ​ຈັງຫວະ​ການ​ເຕີບ​ໂຕ​​ໃນ​ການ​ສົ່ງ​ອອກ​ຂອງ​ຈີນ​ໃນ​ປີ​ນີ້ຈະ​ປົດ​ທິດ​ທາງ​ລົບມາສູ່​ທິດ​ທາງ​ບວກ.

​ຂະນະ​ທີ່​ຄວາມ​ຕ້ອງການ​ຈາກ​ພາຍ​ໃນ,​ເຖິງ​ວ່າ​ຈັງຫວະ​ການ​ເຕີບ​ໂຕ​ລວມຍັງ​ສືບ​ຕໍ່ຫຼຸດລົງ​ກໍ​ຕາມ,​ແຕ່​ການຫຼຸດລົງ​ໄດ້ຖືກ​ຈຳກັດ.ຄຽງ​ຄູ່​ກັບ​ອົງ​ປະກອບ​ການ​ບໍລິ​ໂພ​ກ​ໄດ້​ຍົກ​ລະດັບ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຮູບ​ແບບ​ການ​ບໍລິ​ໂພ​ກ​ໃໝ່​ກໍໄດ້​ປາກົດຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະຈັງຫວະ​ການ​ເຕີບ​ໂຕ​ດ້ານ​ການ​ບໍລິ​ໂພ​ກຈະ​ໝັ້ນ​ທ່ຽງ​​ໂດຍ​ລວມ.
ຈາກ​ນີ້​ຈຶ່ງ​ເວົ້າ​ໄດ້​ວ່າ,​ເສດຖະກິດ​ຈີນ​ປີ 2017 ຈະ​ຮັກສາ​ການ​ເຕີບ​ໂຕ​ອ່າວ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ