ລັດຖະບານພິຈາລະນາບັນຫາສຳຄັນຮີບດ່ວນ
2017-02-24 15:29:48  cri 
ກອງ​ປະຊຸມ​ລັດຖະບານ ສະໄໝສາມັນ​ປະຈຳ​ເດືອນ​ກຸມພາ 2017 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 23 ກຸມພາ ຢູ່​ທີ່​ສຳນັກງານ​ນາຍົກລັດຖະມົນຕີ ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດ​ຖະມົນຕີ ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສະມາຊິກ ລັດ​ຖະບານ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ພ້ອມກັນ​ສຸມ​ໃສ່​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄວາມ​ເຫັນ ແລະ ຈະ​ໄດ້ພິຈາລະນາ​ເອົາ​ບັນຫາ​ສຳຄັນ​ຮີບດ່ວນ​ຈຳນວນ​ໜຶ່ງ ​ເປັນຕົ້ນ ຮ່າງກົດໝາຍວ່າ​ດ້ວຍ​ນ້ຳ ແລະ ຊັບພະຍາກອນ​ແຫຼ່ງ​ນ້ຳ ສະບັບ​ປັບປຸງ ຮ່າງ​ກົດໝາຍວ່າ​ດ້ວຍ​ການປົກ​ປ້ອງ​ອຸດສາຫະກຳ​ພາຍ​ໃນ ບົດ​ລາຍ​ງານ​ສະພາບ​ພົ້ນ​ເດັ່ນ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ 3 ເດືອນ​ຂ້າມ​ຜ່ານ​ປີ 2016 ໝົດ​ປີ 2016 ແລະ ສະຫຼຸບ​ລາຍ​ງານການຈັດຕັ້ງ​ປະຕິບັດ​ແຜນ​ໃນງວດ​ທີ I ປະຈຳ​ປີ 2017 ບົດ​ລາຍງານ​ກ່ຽວ​ກັບ​ແຜນການ​ພັດ​ທະນາ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ ຍຸດ​ທະ​ສາດວຽກ​ງານ​ການ​ຈົດ​ທະບຽນ ແລະ ສະຖິຕິ​ພົນລະເມືອງ 2016-2025 ບົດ​ລາຍ​ງານ​ກ່ຽວ​ກັບໂຄງການ​ກໍ່ສ້າງ​ທາງ​ດ່ວນເສັ້ນຄູ່​ຂະໜານ​ຖະໜົນ ໄກສອນ ພົມ​ວິຫານ ຕິດ​ພັນ​ກັບ​ໂຄງການ​ສ້າງເຂດ​ພັດທະນາ​ດອກ​ຈຳປາ ຮ່າງດຳລັດວ່າ​ດ້ວຍ​ຢາ​ປາບ​ສັດຕູ​ພືດ ສະບັບ​ປັບປຸງ ຮ່າງ​ດຳລັດວ່າດ້ວຍ​ກອງ​ທຶນ​ສ້າງ ແລະ ພັດ​ທະນາ​ສີມື​ແຮງ​ງານ ບົດ​ລາຍ​ງານກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ ບົດລາຍ​ງານ​ກ່ຽວ​ກັບ​ຜົນ​ຂອງ​ກອງປະຊຸມ ​ຄັ້ງ​ທີ 39 ຂອງ​ຄະນະ​ກຳມະ​ການ​ຮ່ວມ​ມື​ທະວິ​ພາຄີ ລະຫວ່າງລັດຖະບານ​ລາວ ແລະ ຫວຽດນາມ ປະຈຳ​ປີ 2017.

ໃນ​ໂອກາດ​ກ່າວ​ໄຂ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ລັດຖະບານ ເອົາໃຈໃສ່​ຍົກ​ສູງ​ຄວາມ​ຮັບ​ຜິດຊອບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳເຫັນ ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ຄັ້ງນີ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ