ງານມະຫາກຳນັດພົບແຮງງານຄັ້ງທີ 3ຈະໄຂຂຶ້ນໃນທ້າຍເດືອນເມສານີ້
2017-02-24 15:31:00  cri 
ໜັງສືພິມລາວພັດທະນາ: ວັນທີ 22 ກຸມພານີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດ ໄອຈ໋ອບ ຈຳກັດ, ໄດ້ຈັດຖະແຫລງຕໍ່ສື່ມວນຊົນວ່າ:ງານມະຫາກຳ ນັດພົບແຮງງານຄັ້ງທີ 3 ປະຈຳປີ 2017 ຈະຈັດແຕ່ວັນທີ 28-30 ເມສານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ເພື່ອເປັນເງື່ອນໄຂໃຫ້ຜູ້ປະ ກອບການທຸລະກິດແລະ ຜູ້ຊອກຫາວຽກເຮັດງານທຳໄດ້ມາພົບກັນ, ພ້ອມນີ້ ຍັງເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານ ເພື່ອສາມາດຕອບສະໜອງສີມືແຮງງານ ນັບດ້ານທັງປະລິມານ ແລະ ຄຸນນະພາບໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆ, ທັງພາຍໃນ ແລະຕ່າງປະເທດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ, ນອກນີ້ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມປະເທດຊາດ, ງານດັ່ງກ່າວຈະຈັດໃຫ້ຍິ່ງໃຫຍ່ກວ່າປີຜ່ານມາ, ຊຶ່ງຈະມີການ ວາງສະແດງຜະລິດຕະພັນຕ່າງໆຈາກບໍລິສັດທີ່ເຂົ້າຮ່ວມແລະ ມີການຫລີ້ນ ກິດຈະກຳ, ຕອບຄຳຖາມແລກຂອງລາງວັນຢ່າງຫຼວງຫຼາຍ.

ນອກນີ້ ຍັງຈະມີການນຳສະເໜີ ແລະ ສົນທະນາກ່ຽວກັບນະໂຍບາຍ, ລະບຽບ ແລະ ບັນດາກົດໝາຍກ່ຽວກັບແຮງງານ ແລະ ການຈັດຫາ ງານຈາກພາກລັດ, ຊ່ຽວຊານຂອງຂະແໜງການ ແລະ ພາກສ່ວນອື່ນໆ ທີ່ມີສ່ວນຮ່ວມໃນຕະຫລາດແຮງງານ, ລວມທັງຜົນກະທົບຂອງປະຊາຄົມ ອາຊຽນຕໍ່ກັບການເຄື່ອນຍ້າຍແຮງງານ ແລະ ຕະຫລາດແຮງງານຂອງລາວ,

ເຊິ່ງໃນປີທຳອິດມີນັກສຶກສາເຂົ້າຮ່ວມຫລາຍກວ່າ5ພັນຄົນ, ໃນປີທີສອງມີຜູ້ ເຂົ້າຮ່ວມຫລາຍກວ່າ7ພັນຄົນ ແລະ ປີນີ້ຄາດວ່າຈະມີຜູ້ເຂົ້າຮ່ວມເພີ່ມຂຶ້ນ ຫລາຍເທົ່າຕົວກ່ວາປີຜ່ານໆມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ