ອິນ​ໂດ​ເນ​ເຊຍ​ຈະ​ຫຼຸດຜ່ອນ​ການ​ຖອກຂີ້​ເຫຍື້ອ​ປລາສຕິກ​ລົງທະ​ເລ
2017-02-24 15:34:35  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ລູຮຸດ ປັນ​​ໄຈ​ຕັນ ລັດຖະມົນຕີ​ວາງ​ແຜນ​ວຽກ​ງານ​ທະ​ເລ​ອິນ​ໂດ​ເນ​ເຊຍ​ກ່າວ​ຢູ່ເກາະ​ບາ​ລີ​ໃນ​ວັນ​ທີ 23 ກຸມພາ​ວ່າ, ປະ​ເທດ​ຕົນຕັດສິນ​ໃຈ​ຫຼຸດ​ການ​ຖອກຂີ້​ເຫຍື້ອ​ປລາສຕິກ​ລົງ​ທະ​ເລ​ໃຫ້​ໜ້ອຍ​ລົງ 70% ກ່ອນ​ປີ 2025 ​ແລະ​ທຸກ​ປີ​ລັດຖະບານຈະ​ອະນຸມັດ​ງົບ 1 ຕື້​ໂດ​ລາ​ເພື່ອ​ສະໜັບສະ​ໜູນ​ແຜນການ​ດັ່ງກ່າວ.

​ທ່ານ​ລູຮຸດ ປັນ​ຈາ​ຕັນ ​ແລະ​ທ່ານ​ເອຣິກ ​ໂຊນ​ໄຮ​ມ໌ ຫົວໜ້າ​ຜູ້​ປະຕິບັດ​ງານ​ສຳນັກງານ​ແຜນການ​ສິ່ງ​ແວດ​ລ້ອມ​ອົງການ​ສະຫະ​ປະຊາ​ຊາດ​ຊາດ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ດັ່ງກ່າວ ໃນ​ກອງ​ປະຊຸມ​ສຸດ​ຍອດ​ທະ​ເລ​ໂລກ 2017 ຂອງ​ວາລະສານ​ນັກ​ເສດຖະສາດ ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ລີ​ໃນ​ມື້​ດຽວ​ກັນ.

​ເຖິງ​ວ່າອິ​​ນ​ໂ​ດ​ເນ​ເຊຍ​ມີ​ເກາະ​ດອນ 1 ໝື່ນ 7 ພັນ​ກວ່າ​ແຫ່ງ ​ເປັນ​ປະ​ເທດ​ທີ່​ມີ​ເກາະດອນ​ຫຼາຍ​ທີ່​ສຸດ​ໃນ​ໂລກ ​ແຕ່​ກໍ​ປະສົບ​ບັນຫາ​ການ​ຖິ້ມ​ຂີ້​ເຫຍື້ອ​ລົງທະ​ເລ​ໂດຍ​ເຫັນ​ໄດ້​ຈາກສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ, ​ແຕ່ລະ​ປີ ປະ​ເທດ​ຕົນ​ມີ​ຂີ້​ເຫຍື້ອ​ປລາສຕິກ​ທີ່​ຖອກ​ລົງທະ​ເລເກືອບ 1 ລ້ານ 3 ​ແສນ​ໂຕນ ​ແກ​ລະ​ກໍ​ຖືກ​ຈັດ​ຢູ່​ອັນ​ດັບ​ທີ​ສອງຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ