ຈີນ​ແລະ​ລາວ​ຈັດການ​ປຶກສາ​ຫາລື​ທາງ​ການ​ທູດ
2017-02-25 16:28:34  cri 

ວັນ​ທີ 23-24 ກຸມພາ​ນີ້, ທ່ານ​ລິວ​ເຈີ້ນ​ໝີ​ນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕ່າງ​ໄດ້​ປຶກສາ​ຫາລື​ທາງ​ການ​ທູດ​ກັບ​ທ່ານນາງ​ຄຳ​​ເພົາ ​ເອີນທະວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດລາວ​, ​ແລະທ່ານ​ທອງຜ່ານ​ ສະຫວັນ​ເພັດ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ເຈົ້າໜ້າ​ທີ່​ຊັ້ນສູງ​ດ້ານ​ວຽກ​ງານ​ອາຊຽນຂອງ​ລາວ ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ, ສອງ​ຝ່າຍ​ໄດ້​ແລກປ່ຽນຄວາມ​ເ​ຫັນກ່ຽວ​ກັບ​ການ​ພົວພັນ​ລະຫວ່າງຈີນ​ກັບ​ລາວ​ແລະ​ການ​ຮ່ວມ​ມື​ພາກ​ພື້ນ.



ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ​ແຕ່​ປີ​ກາຍ​ນີ້​ເປັນຕົ້ນມາ ການ​ພົວພັນ​ຈີນ​ລາວ​ໄດ້​ຮັບ​ການ​ຂະຫຍາຍຕົວ​ໃໝ່​ທີ່​ສຳຄັນ. ​ເຈົ້າໜ້າ​ທີ່​ຊັ້ນສູງຂອງ​ສອງ​ປະ​ເທດ​ຢ້ຽມຢາມ​ເຊິ່ງກັນລະ​ກັນ​ຢ່າງ​ເນື່ອງນິດ, ທ່ານ​ສີ​ຈິ້ນ​ພີ​ງ ​ເລຂາທິການ​ໃຫຍ່​ ​ແລະ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບຸນ​ຍາງ ວໍລະ​ຈິດ ເລຂາທິການ​ໃຫຍ່​ ​ແລະປະທານ​ປະ​ເທດ​ລາວ​ສອງ​ຄັ້ງ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ​ໄດ້​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ໄດ້ຊີ້​ໃຫ້​​ເຫັນທິດ​ທາງ​ແລະ​ໄດ້​ເພີ່ມ​ພະລັງ​ແຮງ​ໃຫ້​ແກ່​ການ​ຂະຫຍາຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ໃນ​ສະ​ໄໝ​ໃໝ່​ຕື່ມ​ອີກ. ການ​ໄປມາ​ຫາ​ສູ່​ກັນ​ລະຫວ່າງ​ສອງພັກ​ກໍ່​ໄດ້​ຂະຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການປະຕິບັດ​ກົດໝາຍ​ໄດ້​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດຢັ້ງ, ການ​ແລກ​ປ່ຽນ​ດ້ານ​ວັດທະນະ​ທຳ​ໄດ້​ນັບ​ມື້​ນັບ​ກວ້າງ​ອອກ, ທາງ​ລົດ​ໄຟ​ຈີນ​ລາວ​​ເລີ່​ມກໍ່ສ້າງ​ຢ່າງຮອບດ້ານ, ການ​ຮ່ວມ​ມື​ແບບ​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຊຸກຍູ້​ຢ່າງຮອບດ້ານ, ​ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.



ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຢ່າງຕັ້ງໜ້າ​ຕໍ່​ການ​ຂະ​ຫຍາ​ຍຕົວ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊຽນ​ໃນ​ປີ​ກາຍ​ນີ້, ຈີນ​ກ່າວ​ຢ້ຳວ່າ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ກັບ​ອາ​ຊຽນ, ​ເດັດດ່ຽວ​ສະໜັບສະໜູນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ສະໜັບສະໜູນ​ຖານະ​​ແກນ​ກາງຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ວ່າ, ​ເນື່ອງ​ໃນ​ໂອກາດ​ລະ​ລຶກການ​ສະຖາປະນາ​ອາ​ຊຽນຄົບຮອບ 50 ປີ​ໃນ​ປີ​ນີ້, ຄວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເຂົ້າສູ່​ໄລຍະ​ໃໝ່​ໃນ​ອີກ 25 ປີ, ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕິດ​ແທດ​ຕົວ​ຈິງ, ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກຍູ້​ການພັດທະ​ນາ​ຮ່ວມ​ກັນ. ສອງ​ຝ່າຍ​ເຫັນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຕິດ​ແທດ​ຕົວ​ຈິງ​ພາຍ​ໃຕ້ຂອບ​ເຂດ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ລ້​ອງ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ຕໍ່​ໄປ.

ສອງ​ຝ່າຍ​ຫາລື​​ແລະຕົກລົງກັນ​ວ່າ​ຈະ​ສຶບຕໍ່​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ, ຈັດຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ທີ່​ຜູ້ນຳ​ສອງ​ພັກ​ສອງ​ຊາດ​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ຢ່າງຮອບດ້ານ, ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັນ​ລະຫວ່າງ​ເຈົ້າໜ້າ​ທີ່​ຊັ້ນສູງ​ຢ່າງ​ສະໜິດ​ແໜ້ນ, ຕັ້ງໜ້າ​ຊຸກຍູ້​ໃຫ້​ຍຸດ​ທະ​ສາດ​ການ​ພັດທະນາ​ເຊື່ອງ​ໂຍງ​ເຂົ້າກັນ, ກຳ​ແໜ້ນ​ໂຄງການ​ສຳຄັນ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ກໍ່​ສ້າງທາງ​ລົດ​ໄຟ​ຈີນ​ລາວ, ​ເພີ່ມ​ເນື້ອ​ໃນ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ​ໃຫ້​ອຸດົມ​ສູ​ມບູນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ພ້ອມ​ກັບປະ​ເທດ​ອື່ນໆ​ໃນ​ອາ​ຊຽນ, ອອກ​ແຮງ​ສຸດ​ຂີດ​ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຂະຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ, ​ປະກອບສ່ວນ​ອັນຕັ້ງໜ້າ​​​ເຂົ້າ​ໃນສັນຕິພາບ ສະຖຽນ​ລະ​ພາບ ການ​ພັດທະນາ ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ