ກອງປະ​ຊຸມຄັ້ງທີໜຶ່ງ​ລະຫວ່າງ​ຜູ້​ປະສານ​ງານກຸ່ມ​ປະ​ເທດBRICS 2017 ສິ້ນ​ສຸດລົງຢ່າງ​ຈົບງາມ
2017-02-25 16:33:36  cri 
​ໃນ​ວັນ​ທີ 23-24 ກຸມພາ​ນີ້, ກອງປະ​ຊຸມຄັ້ງທີໜຶ່ງ​ລະຫວ່າງ​ຜູ້​ປະສານ​ງານກຸ່ມ​ປະ​ເທດBRICS 2017​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ຈິ່ງ​ແຂວງຈ່ຽງຊູ່ປະ​ເທດ​ຈີນ. ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ເຂົ້າຮ່ວມ​ແລະ​ກ່າວ​ປາ​ໄສ​ໃນ​ພິທີ​ໄຂ​. ກອງປະຊຸມ​ໄດ້ລົງ​ເລິກ​ປຶກສາ​ຫາລື​ກັນ​ກ່ຽວ​ກັບສະຖານະ​ການ​ເສດຖະກິດ​​ການ​ເມືອງ​ຂອງ​ໂລກ, ​ຈຸດ​ໜັກ​​ແຫ່ງ​ການ​ຮ່ວມ​ມືລະຫວ່າງ​ປະ​ເທດ BRICS ​ໃນ​ປີ2017 ພ້ອມ​ກັບ​ການຈັດສັນວຽກ​ງານ​​ປີ​ນີ້, ​ແລະ​ໄດ້​ກ້າວ​ເຖີງຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ ​ໂດຍໝູນ​ອ້ອມຫົວ​ຂໍ້ "ລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ກຸ່ມ BRICS, ບຸກ​ເບີກ​ອະນາ​ຄົດທີ່​ສະຫວ່າງສະ​ໄຫວ​ກວ່າ​ເກົ່າ". ທຸກ​ຝ່າຍ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ, ການ​ຮ່ວມ​ມື​ໃນ​ກຸ່ມ BRICS ​ໄດ້ຜ່ານ​ຜ່າ​ໄລຍະ​ເວລາ10​ກວ່າປີ​,​ ​ໄດ້​ຜະ​ເຊີນໜ້າ​ກັບ​ໂອກາດ​ແລະ​ການ​ທ້າ​ທາຍ​ໃໝ່. ​ກຸ່ມ BRICS ຄວນ​ນຳ​ໃຊ້​ກົນ​​ໄກ​ຕ່າງໆ​ຢ່າງ​ເຕັມທີ່ ​ເຊັ່ນ: ກອງ​ປະຊຸມ​ຜູ້​ແທນ​ຊັ້ນສູງ​​ດ້ານ​ວຽກ​ງານ​ຄວາມ​ໝັ້ນຄົງ​, ການ​ພົບ​ປະລະ​ດັບ​ລັດຖະມົນຕີ ​ແລະ​ອື່ນໆ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ໃນ​ບັນຫາ​ສາກົນ​ແລະພາກ​ພື້ນ, ​ເສີ​ມຂະຫຍາຍ​ບົດບາດທີ່​ສ້າງສັນ​ໃນ​ການ​ປ້ອ​ງກັນ ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງໂລກ.

ບັນດາ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ເຫັນ​ວ່າ, ຈະ​ສະໜັບສະໜູນຈີນ​ເປັນ​ເຈົ້າພາບ​ຈັດການ​ພົບ​ປະ​ທີ່​ນະຄອນ​ເຊ້ຍ​ເມີນ​ໃຫ້​ດີ, ​ເຊື່ອວ່າ ພາຍ​ໃຕ້ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນດາ​ຝ່າຍ, ການ​ຮ່ວມ​ມື​ໃນ​ກຸ່ມ BRICS ​ໃນ​ປີ​ນີ້​ຍ່ອມ​ຈະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ.

ວັນ​ທີ 1 ມັງ​ກອນ​ປີ 2017ນີ້, ຈີນ​ໄດ້​​ເປັນ​ປະ​ເທດ​ປະທານ​ກຸ່ມ BRICS ຢ່າງ​ເປັນ​ທາງ​ການ, ​ແລະຈະ​ຈັດການ​ພົບປະຄັ້ງທີ 9 ລະຫວ່າງ​ຜູ້ນຳ​ປະ​ເທດ​ກຸ່ມ BRICS ຢູ່​​ເມືອງ​​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນຈີນ​ໃນ​ວັນ​ທີ 3-5 ກັນຍາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ