ອະດີດຜູ່​ອຳນວຍ​ການ​ໃຫຍ່ຂອງ​ WTO ກ່າວ​ວ່າ, "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ"ຈະ​ກາຍ​ເປັນ​ເຄື່ອງຈັກ​ຂອງ​ໂລກາ​ວິວັດ
2017-02-25 17:06:20  cri 

ວັນ​ທີ 23 ກຸ​ມພາ​ນີ້, ຢູ່​ຈາ​ກາ​ດາ, ທ່ານ​ປາສກາວ ລາ​ມີ ອະດີດ​ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ອົງການ​ການ​ຄ້າ​ໂລກ​ຫຼື​ວ່າ ​WTO ກ່າວ​ວ່າ, ປັດ​ຈຸ​ບັນ, ​ໂລກາ​ວິວັດ​ໄດ້​ຜະ​ເຊີນ​ໜ້າ​ກັບ​ບັນຫາ​ແລະ​ການ​ທ້າ​ທາຍຕ່າງໆ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ​" ທີ່​ຈີນ​ສະ​​ເໜີ​ອອກ​ນັ້ນຈະ​ກາຍ​ເປັນ​ເຄື່ອງ​ຈັກ​ຂອງ​ໂລກາ​ວິວັດ​ໃນ​ອະນາຄົດ.

ມື້​ດຽວ​ກັນ, ​ໃນ​ການ​ບັນ​ລະ​ຍາຍ​ສາທາລະນະ " ກຳຈັດ​ໂລກາ​ວິວັດ​ຫຼື​ໂລກາ​ວິວັດອີກ " ທີ່​ຈັດ​ຂຶ້ນ​ຢູ່​ຈາ​ກາ​ດາ, ທ່ານ​ລາ​ມີ​ກ່າວ​ວ່າ, ຂໍ້​ລິ​​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ສິ່ງ​ກຳ​ເນີ​ດຈາກສະຕິ​ປັນຍາ, ຈີນ​ເພີ່ມ​ທະວີການ​ລົງທຶນ​​ຢູ່ປະ​ເທດ​ທີ່​ລຽບ​ຕາມ​ເສັ້ນທາງ​ໃນຂົງ​ເຂດພື້ນຖານ​ໂຄງ​ລາງ​ໂດຍ​ຜ່ານ​ຂໍ້ລິ​ເລີ່​ມນີ້​ແມ່ນ​ສິ່ງ​ທີ່ຫຼາຍໆ​ປະ​ເທດ​ຕ້ອງການ​ແລະ​ຊົມ​ເຊີຍ​ຢ່າງຕັ້ງໜ້າ.

ທ່ານ​ລາ​ມີ​ກ່າວ​ວ່າ, ການພັດທະນາ​ພື້ນຖານ​ໂຄງ​ລ່າງ​ມີ​ຜົນ​ດີ​ຕໍ່ການ​ຊຸກຍູ້​ການ​ຄ້າ​ທົ່ວ​ໂລກ. ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ປົວ​ແປງ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດລຽບ​ຕາມ​ເສັ້ນທາງ​ໃຫ້​ດີ​ຂຶ້ນ, ຈີນ​ກໍຍັງ​​ໄດ້​ຮັບ​ການ​ຍ້ອງຍໍ​ຈາກສາກົນ.

ທ່ານ​ລາ​ມີ​ຍັງ​ກ່າວ​ວ່າ, ທ່ານ​ໄດ້​ເປັນສັກຂີ​ພິຍານການ​ເປີດ​ປະຕູ​ສູ່​ພາຍ​ນອກຂອງ​ຈີນຫຼັງ​ເຂົ້າ​ຮ່ວມ WTO. ​ໃນ​ເວລາ​ທີ່​ບາງ​ປະ​ເທດ​​ໃນ​ໂລກກ້ວ​ໄປ​ສູ່​ລັດທິ​ປົກປ້ອງ​ການ​ຄ້າ, ຈີນ​ມີ​ຫວັງ​ຈະ​ກາຍ​​ເປັນ​ກຳລັງ​ສະຖຽນ​ລະ​ພາບ​ຂອງ​ການ​ຄ້າ​​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ