ຈີນ​ກັບ​ຟີ​ລິບ​ປິນ​ໄດ້​ຈັດ​​ເວທີ​​ເປິກສາ​ຫາລື​ການ​ລົງທຶນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ
2017-02-25 17:07:25  cri 

​ວັນ​ທີ 24 ກຸມພາ​ນີ້, ເວທີ​ເປິກສາຫາລື​ເສດຖະກິດ​ການ​ຄ້າ​ຈີນ​ຟີ​ລິບ​ປິນທີ່​ຈັດ​ໂດຍກະຊວງ​ການ​ຄ້າ​ຈີນ​ແລະ​ກະຊວງ​ການ​ຄ້າ​ອຸດສາຫະກຳ​ຟີ​ລິບ​ປິນ​ໄດ້ຈັດ​ຂຶ້ນ​ຢູ່​ມາ​ນີລາ ນະຄອນຫຼວງ​ຟີ​ລິບ​ປິນ. ຜູ່​ຕ່າງ​ໜ້າ​ເກືອບ 300 ຄົນ​ທີ່​ມາ​ຈາກ​ລັດຖະບານ​, ອົງການ​ການ​ທະນາຄານ​ແລະ​ວິ​ສາ​ຫະກິດສອງ​ປະ​ເທດ​ໄດ້​​ເປິກສາຫາລື​ກ່ຽວ​ກັບ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ແນວ​ໃດ.

ທ່ານ​ຣາມົນ ​ໂລ​ເປສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອຸດສາຫະກຳ​ຟີ​ລິບ​ປິນກ່າວ​ໃນ​ຄຳປາ​ໄສ​ວ່າ, ຟີ​ລິບ​ປິນ​ແມ່ນທາງ​ຜ່ານ​​ເຂົ້າຕະຫຼາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເປົ້າ​ໝາຍລົງທຶນ​ທີ່​ມີ​ຄຸນຄ່າ​​ທີ່​ສຸດ​ຂອງ​ອາຊຽນ. ​ໃນ​ຖານະ​ເ​ປັນ​ປະ​ເທດ​ປະ​ທານໝູນວຽນ​ຂອງ​ອາຊຽນ, ຟີ​ລິບ​ປິນຈະ​ພະຍາຍາມ​ຊຸກຍູ້​ຂະ​ບວນການ​ເຈລະຈາ​ຂອງສົນທິສັນຍາ​ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ​ຫຼື​ RCEP .

ທ່ານ​ຈ້າວ​ຈ້ຽນຮວາ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ຟີ​ລິບ​ປິນກ່າວ​ວ່າ, ​ຟີ​ລິບປິນ​ໄດ້​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ " ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" , ທ່ານ​ດູ​ເຕ​ີເຕ ປະທານາທິບໍດີ​ຟີ​ລິບ​ປິນຈ​ະ​​​ເດີນທາງ​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ເປິກສາຫາລື​ສຸດ​ຍອດການ​ຮ່ວມ​ມືສາກົນ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" , ຟີ​ລິບ​ປິນຈະ​ກາຍ​ເປັນ​ພາກສ່ວນປະກອບອັນ​ສຳຄັນ​ຂອງ​ການກໍ່ສ້າງ​ເສັ້ນທາງ​​ສາຍໄໝ​ທາງທະ​ເລ​ສະຕະວັດ 21.

ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນ​ແນ​ະນຳ​​ໃຫ້​ຮູ້ວ່າ, ຈີນ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ການ​ຄ້າ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ຫຼາຍປີ​ມາ​ນີ້​​ໄປເຂົ້າ​ຮ່ວມ​ເວທີ​ເປິກສາຫາລື​ຄັ້ງ​ນີ້, ຜູ້​ແທນ 130 ກວ່າ​ທ່ານ​ທີ່​ມາ​ຈາ​ກວິ​ສາ​ຫະກິດ​ຈີນ 40 ກວ່າ​ແຫ່ງ​ໄດ້​ດຳ​ເນີ​ນການ​ເຈລະຈາ​ການ​ຄ້າ​ກັບ​ວິ​ສາ​ຫະກິດ​ຟີ​ລິບ​ປິນ.

ຕາມ​ໄດ້​ຊາບ, ​ເວ​ທີ​ເປິກສາຫາລື​ການ​ລົງທຶນ​ຄັ້ງ​ນີ້​ຈະ​​​ເປິກສາຫາລື​​ໂອ​ກາດ​ການ​ຮ່ວມ​ມື​ໃນຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ຄວາມ​ສາມາດ​ຜະລິດ, ການ​ສ້າງສາ​ເຂດ​ສວນອຸດສາຫະກຳ, ການ​ຄ້າ, ການ​ຄ້າ​ອິ​ເລັກ​ໂຕຼນິກ, ວັດ​ສະດຸກໍ່ສ້າງ​ແລະ​ພະລັງງານ​ໃໝ່​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ