ເມືອງອານບັບປະເທດຊີເລຍເກີດເຫດການຫຼອນໂຈມຕີດ້ວຍລະເບີດລົດຍົນ
2017-02-25 16:55:50  cri 
ເມືອງອານບັບຢູ່ພາກເໜືອຊີເລຍ​ໄດ້ເກີດເຫດການຫຼອນໂຈມຕີດ້ວຍລະເບີດລົດຍົນໃນວັນທີ 24 ກຸມພານີ້,ສົ່ງຜົນເຮັດໃຫ້ກຸ່ມປະກອບອາວຸດຝ່າຍຄ້ານຊີເລຍແລະສາມັນຊົນ 60 ຄົນເສຍຊີວິດ ເປັນຢ່າງໜ້ອຍແລະ 100 ກວ່າຄົນບາດເຈັບ.

ຂ່າວສານອານາໂດລູປະເທດຕວັກກີລາຍງານວ່າ,ການຫຼອນໂຈມຕີດ້ວຍລະເບີດລົດຍົນເທື່ອນີ້ກໍ່ຂຶ້ນໂດຍກຸ່ມຫົວຮຸນແຮງໄອແອັດສໂດຍມີເປົ້າໝາຍແນໃສ່ກຸ່ມປະກອບອາວຸດຝ່າຍຄ້ານຄື "ກອງ ທະຫານອິດສະຫຼະຊີເລຍ"ຢູ່ບ້ານແຫ່ງໜຶ່ງເຂດອານບັບ.ໃນຈຳນວນຜູ້ເສຍຊີວິດສ່ວນຫຼາຍແມ່ນປະຊາຊົນທ້ອງຖິ່ນ,ຜູ້ບາດເຈັບຈຳນວນໜຶ່ງຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍທີ່ຕັ້ງຢູ່ເຂດຊາຍແດນ ລະຫວ່າງຕວັກ​ກີ​ແລະ​ຊີ​ເລຍ.

ຂະນະ​ດຽວ​ກັນ,ໜັງສືພິມ​ຮູຣີ​ເຢັບຂອງ​ຕວັກ​ກີລາ​ຍງານ​ວ່າ,ຫຼັງຈາກ​ນັ້ນ,ບ້ານ​ດຽວ​ກັນ​ເຂດ​ອານ​ບັບ​ໄດ້​ເກີດ​ການລະ​ເບີດ​ຄັ້ງ​ທີ​ສອງ,ສົ່ງ​ຜົນ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ.​ແນວ​ໃດ​ກໍ​ດີ,​ປັດຈຸບັນ​ຍັງ​ບໍ່​ມີ​ບຸກຄົນ​ຫຼືອົງການ​ໃດ​ກ່າວ​ອ້າງ​ວ່າ​ໄດ້​ກໍ່​ເຫດການ​ລະ​ເບີດ​ຄັ້ງ​ນີ້.

ກຳລັງ​ປະກອບ​ອາວຸດ​ຕວັກ​ກີ​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 24 ກຸມພາ​ນີ້​ວ່າ, ຝ່າຍ​ຄ້ານ​ຊີ​ເລຍ​ຄື"ກອງ​ທະຫານ​ອິດສະຫຼະຊີ​ເລຍ"ທີ່​ຕວັກ​ກີ​ສະໜັບສະໜູນ​ໄດ້​ຄວບ​ຄຸມ​ເມືອງ​ອານ​ບັບທີ່​ເປັນ​ເມືອງ​ຍຸດ​ທະ​ສາດ​ທັງ​ໝົດ​ແລ້ວ.ຂະນະ​ທີ່​ທ່ານ​ຟິກຣີ ​ໂອ​ເຊັກ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຕວັກ​ກີ​ກໍ​ຢືນຢັນ​ວ່າ,ກອງ​ທະຫານ​ຕັກ​ກີ​ແລະ​ກຸ່ມ​ປະກອບ​ອາ​ວຸດ​ຝ່າຍ​ຄ້ານ​ຊີ​ເລຍ​ທີ່​ຕົນ​ສະໜັບສະໜູນ​ໄດ້​ຄວບ​ຄຸມ​ເມືອງ​ອານ​ບັບທັງ​ໝົດ​​ແລະ​ກຳ​ລັງ​ດຳ​ເນີນ​ການກວາດ​ລ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ