​ໃນ11​ເດືອນ​ຜ່ານ​ມາ​ອີ​ຣານ​ໄດ້​ປຽບ​ດຸນ​ການ​ຄ້າ ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ
2017-02-26 13:51:07  cri 
ຂ່າວສານ​ສາທາລະນະ​ລັດ​ອິສລາ​ມິກອີຣານລາຍ​ງານ​ວ່າ,​​ໃນ11​ເດືອນ​ຜ່ານ​ມາ​ນີ້, ອີຣານ​ໄດ້​ບັນລຸ​ຍອດ​ມູນ​ຄ່າ​ການ​ຄ້າ​ທີ່​ບໍ່​ແມ່ນ​ປ​ະ​ເພດ​ນ້ຳມັນ​ເຊື້ອ​ໄຟ​ເຖິງ76ຕື້97ລ້ານ​ໂດ​ລາ​ສະຫະລັດ,​​ເພີ່ມ​ຂຶ້ນ1,8​%​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ແລະ​ໄດ້​ປຽບດຸນ​ການ​ຄ້າ​ເຖິງ77ລ້ານ​ໂດ​ລາ.

ຂໍ້​ມູນ​ຂອງ​ດ່ານ​ພາສີ​ອີຣານສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ11​ເດືອນ​ຜ່ານ​ມາ,​ຈີນ​ໄດ້​ສົ່ງ​ສິນຄ້າ​ໃຫ້​ອີຣານຫຼາຍ​ກວ່າ​ໝູ່,​ຮອງ​ຈາກ​ນັ້ນ​ແມ່ນ​ສະຫະລັດ​ອາຣັບ​ເອມີ​ເຣດ,ສ.​ເກົາຫຼີ​ແລະ​ຕວກກີ;​ພ້ອມ​ດຽວ​ກັນ​ນັ້ນ, ຈີນ​ກໍ​​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ສິນຄ້າ​ຈາກ​ອີຣານຫຼາຍ​ກວ່າ​ໝູ່,​ຮອງ​ຈາກ​ນັ້ນ​ແມ່ນ ສະຫະລັດ​ອາຣັບ​ເອມີ​ເຣດ,ອີຣັກ​ແລະ​ຕວກກີ,​​ໃນ​ນັ້ນ​ມູນ​ຄ່າ​ສິນຄ້າ​ທີ່​ຈີນ​ນຳ​ເຂົ້າ​ຈາກ​ອີ​ຣານກໍ​ມີ​ຈັງຫວະ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໝູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ