ປະທານາທິບໍດີ​ອາ​ເມ​ລິ​ກາຕີ​ລາຄາ​ປາ​ຣີ​ໃນ​ທາງ​ລົບ ປະທາ​ນາ​ທິບໍດີ​ຝຣັ່ງຕອບ​ໂຕ້​ຄືນ
2017-02-26 14:01:49  cri 
ວັນ​ທີ25ກຸມພາ​ນີ້,​ ທ່ານຝຼັ່ງຊົວ ​ອໍລອງ, ປະທານາທິບໍດີ​ຝຣັ່ງ​ໄດ້​ຕອບ​​ໂຕ້​ຕໍ່​ການ​ຕີ​ລາຄາ​ທາງ​ລົບກ່ຽວ​ກັບ​ຝຣັ່ງ​ຂອງ​ທ່ານ​ໂດ​ນັນ ທຣໍາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​, ​​​ໂດຍ​ກ່າວ​ວ່າ ອາ​ເມ​ລິ​ກາ​ບໍ່​ຄວນ​ສະ​ແດງ​ທ່າ​ທີ​ບໍ່​ໄວ້​ວາງ​ໃຈ​ແມ່ນ​​ແຕ່​ໜ້ອຍດຽວ​ຕໍ່​ປະ​ເທດ​ເພື່ອນມິດ.

​ຂ່າວ​ແຈ້ງວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ທ່ານ​ທຣໍາ​ໄດ້​ຖື​ປະ​ເທດ​ເອີ​ລົບ​ຕ່າງໆ, ​ເຊັ່ນ​:ຝຣັ່ງ,​ຊູ​ແອັດ​ແລະ​ອື່ນໆ​ເປັນບົດຮຽນ​ທາງ​ລົບ,​​ເພື່ອ​​ແກ້​ຕົວ​ໃຫ້​ແກ່​ນະ​ໂຍບາຍ​ດ້ານ​ຊາວ​ຍົກຍ້າຍ​ຖິ່ນ​ຂອງ​ທຳນຽບຂາວ​ໃນ​ປັດຈຸບັນ. ທ່ານ​ທຣໍາຍັງ​ໄດ້​ຍົກ​ເອົາ​ຄວາມ​ເວົ້າ​ຂອງ​ເພື່ອນ​ມິດ​ສ່ວນ​ຕົວ​ຜູ້​ໜຶ່ງ​ທີ່​ໄດ້​ຢຸດ​ການໄປພັກຜ່ອນ​ຢູ່​ຝຣັ່ງ​ແລ້ວ​ນັ້ນ​ໂດຍ​ກ່າວ​ວ່າ,"​ເບິ່ງ​ສະພາບ​ການ​ຂອງຝຣັ່ງ​ແມ,​ປາ​ຣີບໍ່​ແມ່ນປາຣີ​ໃນ​ອະດີດ​ແລ້ວ."

ວັນ​ທີ25ກຸມພາ​ນີ້,​​ໃນ​ເວລາ​ເຂົ້າ​ຮ່ວມ​ກິດຈະກຳ​ຢູ່​ນະຄອນຫຼວງ​ປາຣີ,​ທ່ານ​ອໍ​ລອງ​ໄດ້​ຕອບ​ໂຕ້​ຕໍ່​ເລື່ອງ​ນີ້​ວ່າ,​ບໍ່​ວ່າ​ເວລາ​ໃດ​ກໍ​ຕາມ,​ການສະ​ແດງ​ທ່າ​ທີ​ບໍ່​ໄວ້​ວາງ​ໃຈ​ຕໍ່​ປະ​ເທດ​ເພື່ອນ​ມິດ​ນັ້ນ​ຈະ​ບໍ່​ເປັນ​ເລື່ອງ​ດີ.​ສະ​ນັ້ນ,​ "ຂ້າພະ​ເຈົ້າ​ເອງ​ຈະ​ບໍ່​ເຮັດ​ແບບ​ນີ້​ຕໍ່​ອາ​ເມ​ລິ​ກາ,​ຂ້າພະ​ເຈົ້າ​ກໍ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ອາ​ເມ​ລິ​ກາ​ຢ່າ​ເຮັດ​ແບບ​ນີ້​ຕໍ່​ຝຣັ່ງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ