ປະທານາທິບໍດີ​ອາ​ເມ​ລິ​ກາກ່າວວ່າ​ຈະ​ເພີ່ມ​ກຳລັງ​ອາວຸດ​ນິວ​ເຄຼຍຍ້ອນ​ສາ​ເຫດ​ຫຍັງ
2017-02-26 14:53:30  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ທ່ານ​ໂດ​ນັນ ທຣໍາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ສັນຍາ​ຕັດ​ກຳລັງ​ອາວຸດ​ນິວ​ເຄຼຍອາ​ເມ​ລິ​ກາ-ຣັດ​ເຊຍ, ​ແລະ​ກ່າວ​ວ່າ​ຈະ​ເພີ່ມ​ກຳລັງ​ອາວຸດ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ. ຫຼັງ​ການ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ເວລາ1​ເດືອນ​ກວ່າ​ມາ​ນີ້,​ທ່ານ​ທຣໍາ​​ໄດ້​ສະ​ແດງ​ທ່າ​ທີ​ນັບ​ມື້​ນັບ​​ແຂງຂຶ້ນ​ຕໍ່ຣັດ​ເຊຍ, ​ເຊິ່ງຖ້ອຍ​ຄວາມ​ໃນ​ຄັ້ງ​ນີ້​​ຍິ່ງ​ເຮັດ​ໃຫ້​ຝ່າຍຣັດ​ເຊຍ​ມີ​ສະຕິ​ລະ​ວັງ​ຕົວ​ສູງ. ຊ່ຽວຊານ​ເຫັນ​ວ່າ, ຖ້າລັດຖະບານ​ທຣໍາປະ​ຖິ້ມນະ​ໂຍບາຍ​ຂອງ​ລັດຖະບານອາ​ເມ​ລິ​ກາ​ຫຼາຍ​ຊຸດ​ຜ່ານມາ​ທີ່​ຮັກສາ​ຄວາມ​ກໍ້າ​ເກີ່ງ​ກັນ​ກັບຣັດ​ເຊຍ​ໃນ​ດ້ານ​ກຳລັງ​ນິວ​ເຄຼຍ, ຫັນ​ໄປສະ​ແຫວ​ງຫາ​ທ່າ​ແຮງ​ຝ່າຍ​ດຽວ, ກໍ​ອາ​ດຈະ​ພາ​ໄປ​ສູ່​ການ​ແຂ່ງຂັນ​ກຳລັງ​ອາວຸດ​ຄືນ​ໃໝ່​ລະຫວ່າງ​ອາ​ເມ​ລິ​ກາ​ກັບຣັດ​ເຊຍ. ​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເລື່ອງ​ນີ້, ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບຣັດ​ເຊຍ​ຈະ​ສັບ​ສົນ​ກວ່າ​ເກົ່າ​, ​ແລະ​ຍາກ​ທີ່​ຈະ​ປັບປຸງ​ດີ​ຂຶ້ນ.
 
​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຂ່າວສານ​ລອຍ​ເຕີ,​ທ່ານ​ທຣໍາກ່າວ​ວ່າ, "ສັນຍາ​ຕັດ​ແລະ​ຈຳກັດ​ອາວຸດ​ຍຸດ​ທະ​ສາດ​" ທີ່ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ເຊັນ​ກັນ​ໃນ​ປີ2010ນັ້ນ​ມີ​ລັກສະນະ​ຝ່າຍ​ດ່ຽວ, ມັນ​ຄື​ກັບ​ສັນຍາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີ​ຣານ, ​ເປັນ"ການ​ຄ້າຂາຍ​​ໄຮ້​ຜົນ​ອີກ​ລາຍ​ໜຶ່ງ"ສຳລັບ​ອາ​ເມ​ລິ​ກາ. ທ່ານ​ທຣໍາຍັງ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ຈະ​ຍາດ​ເອົາ​ທ່າ​ແຮງ​ໃນ​ການ​ແຂ່ງຂັນ​ນິວ​ເຄຼຍ, ກໍ​ຕ້ອງ​ເພີ່ມ​ກໍາ​ລັງ​ອາວຸດ​ນິວ​ເຄຼຍ.
 
ຖ້ອຍ​ຄວາມ​ຂອງ​ທ່ານ​ທຣໍາ​ໄດ້​ພາ​ໃຫ້​ເກີດ​ສຽງ​ຕອບ​ຢ່າງ​ຮຸນ​ແຮງ​ຢູ່​ວົງ​ການ​ການ​ເມືອງ​ແລະ​ການ​ທະ​ຫານ​ຂອງຣັດ​ເຊຍ. ທ່ານ​ລິ​ໂອ​ນິດ ສຼຸດສະ​ກີ, ປະທານ​ ​ກຳມາທິການ​ວຽກ​ງານ​ສາກົນ​ສະພາ​ຕ່ຳຣັດ​ເຊຍ​ກ່າວ​ວ່າ, ຖ້າ​ອາ​ເມ​ລິ​ກາສະ​ແຫວ​ງຫາ​ທ່າ​ແຮງ​ໃນ​ຂົງ​ເຂດ​ນິວ​ເຄຼຍ,ມັນ​ຈະ​ຫຼີກ​ລ່ຽງບໍ່​ໄດ້​ທີ່​ຈະ​ເກີດ​ການ​ແຂ່ງຂັນ​ກຳລັງ​ອາວຸດ, ​ໂລກ​ນີ້ຈະ​ກັບ​ຄືນ​ສູ່​ສົງຄາມ​ເຢັນ​ຄັ້ງ​ໃໝ່.
 
ນັກວິ​ເຄາະ​ຊີ້​ອອກ​ວ່າ,​​ທ່ານ​ທຣໍາກ່າວ​ເຖິງ​ບັນຫາ​ອາວຸດ​ນິວ​ເຄຼຍ​ໃນ​ຄັ້ງ​ນີ້​ໂດຍ​ແນ​ໃສ່ຣັດ​ເຊຍ,​ອາ​ດຈະ​ຍ້ອນ​ຈຸດປະສົງ​ປັບປຸງ​ພື້ນຖານ​ກຳ​ອຳນາດ​ໃຫ້​ໜັກ​ແໜ້ນ.​​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຫດການ​ທີ່​ທ່ານ​ມີ​ແຊ​ວ ຟຼິນ,ອະດີດ​ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ປະທາ​ນາ​ທິບໍດີອາ​ເມ​ລິ​ກາ "ສົມຮູ້​ຮ່ວມ​ຄິດກັບຣັດ​ເຊຍ", ທ່ານ​ທຣໍາ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ກົດ​ດັນ​ອັນ​​ແຂງ​ແຮງ​ຈາກ​ກຸ່ມ​ຄົນ​ສຳຄັນ​ທາງ​ການ​ເມືອງ​ຂອງ​ເມ​ລິ​ກາ​ຕໍ່​ການ​ປັບປຸງ​ສາຍ​ພົວພັນ​ອາ​ເມ​ລິ​ກາກັບຣັດ​ເຊຍ; ຖ້າ​ບໍ່​ປັບປຸງ​ຫຼັກ​ໝັ້ນ​ຕໍ່ຣັດ​ເຊຍ, ຖານະ​ກຳ​ອຳນາດ​ຂອງ​ເຂົາ​ອາດ​ຈະ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ.
 
ສື່​ສາກົນ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ທ່ານ​ທຣໍາສົ່ງ​ສັນຍານ​ຫຼ້າ​ສຸດ​ກ່ຽວ​ກັບບັນຫາ​ນິວ​ເຄຼຍ,​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ອາດ​ຈະ​ຟື້ນ​ຟູ​ການ​ແຂ່ງຂັນ​ກຳລັງ​ອາວຸດ​ຄືນ​ໃໝ່, ​ເຊິ່ງຈະ​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ຝ່າຍ​ສັບສົນ​ຂຶ້ນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ