ວັນທີ24ກຸມພານີ້, ກະຊວງການຕ່າງປະເທດແລະຮ່ວມມືສາກົນຂອງກຳປູເຈຍອອກຖະແຫຼງການໂດຍລະບຸວ່າ,ກຳປູເຈຍແລະລາວລ້ວນແຕ່ເຫັນດີວ່າຈະບໍ່ແຊກແຊງຂໍ້ຂັດແຍ້ງກ່ຽວກັບທະເລຈີນໃຕ້, ທັງຮຽກຮ້ອງໃຫ້ປະເທດອື່ນພາຍໃນອາຊຽນຈົ່ງແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ.
ໃນຖະແຫຼງການຮ່ວມລະຫວ່າງລາວແລະກຳປູເຈຍໄດ້ລະບຸວ່າ, "ກ່ຽວກັບບັນຫາທະເລຈີນໃຕ້,ກຳປູເຈຍແລະລາວຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີເຊີ່ງລວມທັງການເຈລະຈາ, ການສົນທະນາຢ່າງມີຄວາມອົດທົນ, ສອງປະເທດຮຽກຮ້ອງໃຫ້ຝ່າຍຕ່າງໆຫຼີກລ່ຽງໃຊ້ກຳລັງອາວຸດ, ທັງປະຕິບັດຕາມກົດໝາຍສາກົນ ເຊິ່ງລວມທັງ ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງສະຫະປະຊາຊາດ".
ລາວແລະກຳປູເຈຍໄດ້ອອກຖະແຫຼງການຮ່ວມດັ່ງກ່າວຫຼັງຈາກທ່ານບຸນຍັງ ວໍລະຈິດ ປະທານປະເທດລາວຢ້ຽມຢາມກຳປູເຈຍທາງລັດຖະກິດ.