ອີຣານ​ແລະຣັດ​ເຊຍ​ບັນລຸ​ແຜນການ​ຮ່ວມ​ຜະລິດ​ວັດຖຸ​ເຊື້ອ​ໄຟ​ນິວ​ເຄລຍ
2017-02-26 14:17:05  cri 
ທ່ານ​ອາລີ ອາ​ຄາ​ບາ ຊາ​ເລ​ຮີ ປະທານ​ອົງການ​ພະລັງງານ​ປະລະມານູ​ນອີຣານ​ຢືນຢັນ​ໃນ​ວັນ​ທີ 25 ກຸມພາ​ນີ້​ວ່າ ປະ​ເທດ​ຕົນ​ແລະຣັດ​ເຊຍ​ໄດ້​ບັນລຸ​ແຜນການ​ຮ່ວມ​ຜະລິດ​ວັດ​ຖຸ​ເຊື້ອ​ໄຟ​ນິວ​ເຄລຍ.

ຂ່າວສານ​ນັກ​ສຶກສາ​ອີຣານ​ໄດ້ລາຍ​ງານ​ໂດຍ​ອີງ​ໃສ່ຄຳ​​ເວົ້າ​ຂອງ​ທ່ານ​ຊາ​ເລຮີໃນວັນທີ 25 ກຸມພາ​ນີ້​ວ່າ ຫຼັງ​ປຶກສາ​ຫາລື​ແລະ​ເຈລະຈາ​ມາຫຼາຍ​ຮອບ, ປະ​ເທ​ດຕົນ​ແລະຣັດ​ເຊຍ​ໄດ້​ບັນລຸ​ສັນຍາ​ເບື້ອງ​ຕົ້ນ​ວ່າ​ດ້ວຍ​ການ​ຮ່ວມກັນ​ຜະລິດ​ວັດຖຸ​ເຊື້ອ​ໄຟ​ນິວ​ເຄລຍທັງ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ແລ້ວ ​ແລະ​ອີຣານຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ຣັດ​ເຊຍ​ໃນ​ດ້ານ​ນີ້.

ທ່ານ​ຊາ​ເລ​ຮີ​ກ່າວ​ຕື່ມ​ວ່າ: ອີຣານຈະ​ໃຊ້​ເວລາ 3 ປີ​ນຳ​ເຂົ້າ​ຢູ​ເຣນຽມ ທີ່​ເປັນ​ວັດຖຸ​ດິບ​ອຸດສາຫະກຳ​ນິວ​ເຄລຍ 950 ​ໂຕນ​ຈາກ​ກາ​ຊັກ​ສະຖານ​ໂດຍ​ແບ່ງ​ເປັນ 3 ງວດ, ​ໃນ​ນີ້, ສອງ​ປີ​ທຳ​ອິດ​ຈະ​ນຳ​ເຂົ້າ 650 ​ໂຕນ ​ແລະ​ປີ​ທີ 3 ຈະ​ນຳ​ເຂົ້າ 300 ​ໂຕນ.

ຢູ​ເຣນຽມ​ດັ່ງກ່າວ​ບໍ່​ສາມາດ​ໃຊ້​ເຂົ້າ​ໃນ​ເຄື່ອງ​ປະຕິ​ກອນ​ນິວ​ເຄລຍ​ໂດຍ​ກົງ​ໄດ້ ​ແຕ່​ສາມາດ​ໃຊ້​ໃນ​ການ​ກັ່ນ​ເອົາ​ຢູ​ເຣນຽມ​ຂຸ້ນ ​ເຊິ່ງ​ເປັນ​ວັດຖຸ​ສື່​ກາງ​ຊະນິດ​ໜຶ່ງ​ທີ່​ຈຳ​​ເປັນ​ຕ້ອງ​ໃຊ້​ໃນ​ການ​ຜະລິດ​ວັດຖຸ​ເຊື້ອ​ໄຟ​ນິວ​ເຄລຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ