ບໍ່​ໄດ້​ພົບ​ເຫັນ​ສານພິດ​ເສດ​ເຫຼື​ອຢູ່​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ
2017-02-26 14:34:16  cri 

ເຈົ້າ​ໜ້າທີ່​ຕຳຫຼວດ​ມາ​ເລ​ເຊຍ​ຖະ​ແຫຼ​ງ​ໃນ​ວັນ​ທີ 26 ກຸມພາ​ນີ້​ວ່າ: ບໍ່​ໄດ້​ພົບ​ເຫັນ​ສານພິດ​ເສ​ດ​ເຫຼືອ​ຢູ່​ອາຄານ 2 ຂອງ​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ​ທີ່​ເປັນ​ສະຖານ​ທີ່​ເກີດ​ເຫດ​ລອບ​ຄາດ​ຕະກຳ​ຊາຍສປປ ​ເກົາຫຼີ​ໃນ​ກ່ອນ​ໜ້າ​ນີ້.

ຕອນ​ຮຸ່​ງ​ເຊົ້າ​ວັນ​ທີ 26 ກຸມພາ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ມາ​ເລ​ເຊຍ​ໄດ້ສົ່ງ​ໜ່ວຍ​ວິຊາ​ການ​ໄປກວດ​ສານພິດ​ທີ່​ເປັນ​ອັນ​ຕະລາຍ​ຢູ່​ອາຄານ​ 2 ຂອງ​ສະໜາມ​ບິນ​ສາກົນ​ດັ່ງກ່າວ. ຫຼັງ​ຈາກ​ນັ້ນ, ທ່ານ​ອັບ​ດູ​ນ ຊາ​ມາ​ເຮີ ຜູ້ບັນຊາ​ການຕຳຫຼວດຣັດ​ເຊລາ​ໂກ ປະ​ເທດ​ມາ​ເລ​ເຊຍ​ເຊິ່ງ​ເປັນ​ຜູ້​ຊີ້​ນຳ​ການ​ປະຕິບັດ​ງານ​ເທື່ອ​ນີ້​ໄດ້​ຖະ​ແຫຼງຕໍ່​ສື່​ມວນ​ຊົນ​ວ່າ: ການ​ປະຕິບັດ​ການ​ເທື່ອ​ນີ້​ແມ່ນ​ເພື່ອ​ຮັບປະກັນ​ຢູ່​ໃນ​ອາຄານ​​ບໍ່​ມີ​ສິ່ງ​ອັນຕະລາຍ​ຕໍ່ການສ້າງມົນລະພິດ.

ວັນທີ 25 ກຸມພານີ້, ກະຊວງການຕ່າງປະເທດຫວຽດນາມອອກປະກາດ​ແຈ້ງ​ການວ່າ ຜູ້ຍິງຄົນໜຶ່ງທີ່ຢູ່ໃນເຫດລອບຄາດຕະກຳຊາຍສປປ ເກົາຫຼີຢູ່ມາເລເຊຍນັ້ນເປັນພົນລະເມືອງຫວຽດນາມ. ​ເວລາ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຫວຽດນາມ, ນາງ​ອ້າງວ່າ  ຕອນ​ເກີດ​ເຫດຕົນ​ຖື​ວ່າ​ກຳລັງ​ຖ່າຍ​ທຳ​ວິ​ດີ​ໂ​ອ​ເລື່ອງ​ຕະຫຼົກ. ປະກາດ​ແຈ້ງ​ການ​ລະບຸ​ວ່າ​ ​ໃນ​​ໄລຍະ​ທີ່​ເຈົ້າ​ໜ້າ​ທີ່​ມະ​ເລ​ເຊຍ​ສືບສວນ​ຄະດີ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມຈະ​ປະສານ​ງານ​ຢ່າງ​ໃກ້ຊິດ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ຂະນະ​ທີ່​ຊອກ​ຮູ້​ຂັ້ນ​ຕອນການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທາ​ງຕຸລາການ​ທັງ​​​ເຄົ​າລົບ​ສິດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ພົນລະ​ເມືອ​ງຫວຽດນາມ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ