ອົສຕຣາລີ​ແລະ​ອິນ​​ໂດ​ເນ​ເຊຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ທະຫານ
2017-02-26 14:38:49  cri 
ທ່ານ​ມາ​ຄອນ ​ເຕີນ​ບູນ ນາຍົກລັດຖະມົນຕີອົສຕຣາລີ​ແລະ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຢູ່​ເມືອງ​ຊິດ​ນີປະ​ເທດ​ອົສຕຣາລີ​ໃນ​ວັນ​ທີ 26 ກຸມພາ​ນີ້​ໂດຍ​ຢືນຢັນ​ວ່າ ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ​ການ​ທະຫານ,​ເສດຖະກິດ​ການ​ຄ້າ​,ການ​ສຶກສາ​ແລະ​ອື່ນໆ.

ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫຼັງ​ພົບ​ປະ​ເຈລະຈາ​ຢູ່​ທຳນຽບນາຍົກລັດຖະມົນຕີຂອງທ່ານ​ເຕີນ​ບູນຢູ່​ເມືອງຊິດ​ນີວ່າ: ສອງ​ປະ​ເທດ​ຈະດຳ​ເນີນການ​ຮ່ວມ​ມື​ທາງ​ການ​ທະຫານ​ຄືນ​ໃໝ່ ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ,ການ​ປາບ​ປາມ​ການ​ຄ້າ​ມະນຸດ​ແລະ​ບັນຫາ​ອື່ນໆ. ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ, ອິນ​ໂດ​ເນ​ເຊຍ​ເຫັນ​ດີ​ຫຼຸດ​ພາສີ​ສິນຄ້າ​ຈຳນວນ​ໜຶ່ງ​ທີ່​ນຳ​ເຂົ້າ​ຈາກ​ອົສຕຣາລີ ຂະນະ​ທີ່​ອົສຕຣາລີ​ກໍ​ໄດ້​ຫຼຸດ​ພາສີຜະລິດ​ຕະພັນ​ອຸ​ດສາ​ຫະກຳ​ເຄມີ​ທີ່​ນຳ​ເຂົ້າ​ຈາກ​ອິນ​ໂດ​ເນ​ເຊຍ.

ການ​ພົວພັນ​ລະຫວ່າງ​ອົສຕຣາລີ​ກັບ​ອິນ​ໂດ​ເນ​ເຊຍ​ພົບຄວາມ​ຫຍຸ້ງຍາກ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເຊັ່ນ ​ເດືອນ​ພະຈິກ​ປີ 2013, ສື່​ມວນ​ຊົນ​ອົສຕຣາລີ​ເປີດ​ເຜີຍ​ວ່າ: ອົງການ​ຂ່າວລັບ​ອົສຕຣາລີ​ເຄີ​ຍລັກ​ຟັງ​ມື​ຖື​ຂອງ​ທ່ານຊູຊີ​ໂລ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ໃນ​ເວລາ​ນັ້ນ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອິນ​ໂດ​ເນ​ເຊຍຈຳນວນ​ໜຶ່ງ ​ເຊິ່ງ​ໄດ້​ພາ​ໃຫ້​ຝ່າຍ​ອິນ​ໂດ​ເນ​ເຊຍ​ຕື່ນ​ຕົກ​ໃຈ​ແລະ​ໂມ​ໂຫທີ່​ສຸດ, ຕໍ່​ມາ, ອິນ​ໂດ​ເນ​ເຊຍ​ປະກາດ​ໂຈະ​ການ​ຮ່ວມ​ມື​ກັບ​ອົສຕຣາລີ​ໃນ​ຫຼາຍ​ຂົງ​ເຂດ. ​ເດືອນ​ມັງກອນ​ປີ​ນີ້, ​ເຈົ້າ​ໜ້າ​ທີ່​ທະຫານ​ອິນ​ໂດ​ເ​ນ​ເຊຍ​ຖະ​ແຫຼ​ງວ່າ: ​ເນື່ອງ​ຈາກ​ອົສຕຣາລີ​ດູ​ໝິ່ນ 5 ຫຼັກການ​ສະຖາປະນາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ຈິ່ງ​ໂຈະ​ການ​ຮ່ວມ​ມື​ກັບ​ອົສຕຣາລີ​ໃນດ້ານ​ການ​ທະຫານ​ທຸກ​ປະການ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ