ບັງ​ກະລາເດັດ​ແຂ່ງຂັນ​ອ່ານ​ກະວີ​ຈີນ​ຄັ້ງ​ທີ 2
2017-02-27 10:29:35  cri 
ບັງ​ກະລາ​ເດັດ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ອ່ານ​ກະວີ​ຈີນ​ຄັ້ງ​ທີ 2 ​ແລະ​ການ​ເສັງ​ຄວາມ​ຮູ້​ທົ່ວຈີນ​ຄັ້ງ​ທີ 3 ຢູ່​ມະຫາວິທະຍາ​ໄລ​ດາ​ຄາ​ປະ​ເທດດັ່ງກ່າວ​ໃນ​ວັນ​ທີ 25 ກຸມພາ​ນີ້​ໂດຍ​ບັນດານັກ​ສຶກສາ​​ໄດ້ສະ​ແດງ​ຄວາມ​ສາມາດ​ດ້ານພາສາ​ຈີນ​ແລະ​ຄວາມ​ເຂົ້າ​ໃຈ​ວັດທະນະທຳ​ຈີນ​ດ້ວຍ​ການ​ອ່ານ​ກະວີ​ຈີນ​ແລະ​ການຖາມ​ຕອບ​ຄວາມ​ຮູ້ກ່ຽວ​ກັບຈີນ.

ການ​ແຂ່ງຂັນ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງ​ສະຖານທູດ​ຈີນ​ປະຈຳ​ບັງ​ກະລາ​ເດັດ​ແລະ​ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ດາ​ຄາ​ເປັນ​ຜູ້​ຈັດຕັ້ງ​ໂດຍ​ມີຜູ້​ແທນ​ຂອງ​ສະ​ຖາ​ບັນ​ຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ແ​ຫ່ງຕ່າງໆ​ໃນ​ທົ່ວ​ປະ​ເທດ​ບັງ​ກະລາ​ເດັດ​ເຂົ້າ​ຮ່ວມ. ທ່ານ​ເສິນ​ຊ່ວງ ທີ່​ປຶກສາທູດ​ດ້ານ​ວັດທະນະ​ທຳ​ສະຖານທູດ​ຈີນ​ປະຈຳ​ບັງ​ກະລາ​ເດັດ​ກ່າວ​ວ່າ: ການ​ອ່ານ​ກະວີ​ຈີນ​ເປັນ​ປະ​ໂຫຍ​ດຕໍ່​ການ​ເຮັດ​ໃຫ້​ປະຊາຊົນ​ບັງ​ກະລາ​ເດັດ​ໄດ້​ສຳ​ຜັດ​ກັບ​ສະ​ເໜ່ຂອງ​ວັດທະນະທຳ​ຈີນ​ແລະ​ຫວັງ​ວ່າ​ຈະ​ມີ​ຄົນ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ເກົ່າ ຂະນະ​ດຽວ​ກັນ​ກໍ​​ເປັນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ການ​ສຶກສາລະ​ຫວ່າງ​ຈີນ-ບັງ​ກະລາ​ເດັດ​ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ