ຈີນ​ແລະ​FAO​ສົ່ງ​ເສີມ​ການ​ຮ່ວມ​ມື​ໃຕ້​ໃຕ້
2017-02-27 10:41:52  cri 
ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ຫຼື​FAOລາຍ​ງານໃນ​ກ່ອນ​ໜ້າ​ນີ້ບໍ່​ດົນ​ວ່າ: ຈີນ​ແລະ​ອົງການ​ຕົນ​​ໄດ້​ບັນລຸ​ການ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃຕ້​ໃຕ້​ຕື່ມ​ອີກ​ເພື່ອ​ຊ່ວຍ​ປະ​ເທດ​ພວມພັດທະນາ​ເສີມ​ສ້າງ​ຄວາມ​ສາມາດ​ແລະບັນລຸ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ສັນຍາ​ດັ່ງກ່າວ​ລະບຸວ່າ: ລັດຖະບານ​ຈີນຢືນຢັນ​ຈະ​ສະໜອງ​ເງິນ 11 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສະໜັບສະໜູນ​ແຜນການ​​ໄລຍະ​ຍາວ​ແຫ່ງ​ການຮ່ວມ​ມື​ໃຕ້​ໃຕ້​ທີ່ມີມູນ​ຄ່າ 80 ລ້ານ​ໂດ​ລາ​ສະຫະລັດ​ໂດຍ​ເນັ້ນ​ສະໜອງ​ໃຫ້​ແກ່3​ສ່ວນໃໝ່​ຂອງ​ແຜນການ​ຮ່ວມ​ມື​ດັ່ງກ່າວ​ລວມທັງ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ການອະ​ນຸລັກ​ພືດ​ສາກົນ.

ແຜນການ​ຮ່ວມ​ມື​​ໃຕ້​ໃຕ້ລະຫວ່າງ​FAO-ຈີນ​ເລີ່​ມປະຕິບັດ​ມາ​ແຕ່​ປີ 2008​ເຊິ່ງມາ​ຮອດ​ປັດຈຸບັນ​ໄດ້​ສະໜັບສະໜູນ​ 2 ​ໂຄງການ​ສາກົນ​ແລະ 13 ​ໂຄ​ງການ​ທີ່​ປະຕິບັດ​ຢູ່ 11 ປະ​ເທດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ