ສະ​ຖາ​ບັນ​ຮັບ​ໃບ​ບິນ​ໃຫຍ່​ສາມ​ແຫ່ງ​ຂອງ​ຟິລິບ​ປິນ​ເປີດ​ການ​ບໍລິການ​ຮັບ​ບັດ​ທະນາຄານ unionpay

2017-02-27 20:42:34  cri 

ຕາມ​ຂ່າວສານ​ຈີນ: unionpayສາກົນ​ປະກາດ​ໃນ​ວັນ​ທີ 26 ກຸ​ມພາ​ນີ້​ວ່າ,​ໄດ້​ຮ່ວມ​ມື​ກັບ​ທະນາຄານ Metrobank ທີ່​ເປັນ​ສະ​ຖາ​ບັນ​ຮັບ​ໃບ​ບິນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຟິລິບ​ປິນ​ເພື່ອ​ບັນລຸ​ການ​​ເຮັດ​ໃຫ້​ນັກທຸລະກິດ​ຂອງ​ທະນາຄານ​ດັ່ງກ່າວ​ໄດ້​ໃຊ້​ບັດ​ unionpay ທີ່​ສະໜັບສະໜູນ​ການ​ບໍລິການ "quickpass"ກ່ອນ​ທ້າຍ​ເດືອນ​ກັນຍາ​​ແລະ​ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ,ສະ​ຖາ​ບັນ​ຮັບ​ໃບ​ບິນ​ໃຫຍ່​ທັງສາມ​ແຫ່ງ​ຂອງ​ຟິລິບ​ປິນ​ໄດ້​ເປີດ​ການ​ບໍລິການ​ຮັບ​ບັດ unionpay ຢ່າງຮອບດ້ານ​ແລະ​ຕູ້ ATM ທັງ​ໝົດ​ລ້ວນ​ແຕ່​ຮັບ​ບໍລິການ​ບັດ unionpay ​ເຊິ່ງຈະ​ເຮັດ​ໃຫ້ອັດຕານັກທຸລະກິດ​ທີ່​ຮັບ​ບັດ unionpay ກໍ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

Metrobank ​ແມ່ນ​ສະ​ຖາ​ບັນ​ຮັບ​​ໃບ​ບິນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຟິລິບ​ປິນ​ເຊິ່ງການ​ຮ່ວມ​ມື​ດັ່ງກ່າວ​ຂອງສອງ​ຝ່າຍ​ເທື່ອ​ນີ້​ໄດ້​ກວມ​ເອົາ: ໜຶ່ງ​ຄືບັນລຸ​ໃຫ້​ນັກທຸລະກິດ​ຂອງ​ທະນາຄານ​ດັ່ງກ່າວ​ໃນ​ທົ່ວ​ປະ​ເທດ​ຟິລິບ​ປິນສາມາດ​ຮັບ​ບໍລິການ​ບັດ unionpay​ໂດຍ​ນັກທຸລະກິດ​ເຫຼົ່ານີ້​ຕົ້ນຕໍ​ໄດ້​​​ໂຮມ​ສູນ​ຢູ່​ຂົງ​ເຂດ​ການ​ບໍລິ​ໂພ​ກປະຈຳ​ວັນ​ເປັນຕົ້ນ​ຮ້ານ​ກິນ​ດື່ມ,ຊຸບ​ເປີ​ມາ​ເກັດ​ເຊິ່ງສາມາດ​ເຮັດ​ໃຫ້​ຜູ້​ຖື​ບັດ​ມີ​ຄວາມ​ສະບາ​ຍ​ໃຈ​ໃນ​ການ​ຊຳລະ​ດ້ວຍ​ບັດ unionpay​ແລະສອງ ຄື​ການ​ນຳໜ້າ​ເປີດ​ການ​ຊຳລະ​ແບບ​ບໍ່​ສຳຜັດ​ຢູ່​ເຄື່ອງຮູດ​ບັດ​ຫຼື pos ທັງໝົດ​ຂອງ​ທະນາຄານ​ນີ້​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ປະຊາສຳພັນ​ຜະລິດ​ຕະພັນ​ປະດິດ​ສ້າງ​ແລະ​ການ​ບໍລິການ​ຂອງ unionpay ຢູ່​ຟິລິບ​ປິນ​ໃນ​ອະນາຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ