ຫວຽດນາມ​ຢືນຢັນໜຶ່ງ​ໃນ​ຜູ້​ຕ້ອງ​ສົງ​ໄສ​ສັງຫານ​ພົນລະ​ເມືອງ​ສປປ​ເກົາຫຼີ​ແມ່ນ​ພົນລະ​ເມືອງ​ຂອງ​ຕົນ
2017-02-27 20:52:46  cri 
ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 25 ກຸມພາ​ນີ້​ວ່າ​ໄດ້​ຢືນຢັນ​ນາງ​ດວນ​ທິຮວງ ໜຶ່ງ​ໃນ​ຜູ້​ຕ້ອງ​ສົງ​ໄສ​ທີ່​ສັງຫານ​ພົນລະ​ເມືອງ​ສປປ​ເກົາຫຼີຢູ່​ມາ​ເລ​ເຊຍ​ແມ່ນ​ພົນລະ​ເມືອງ​ປະ​ເທດ​ຕົນ.

ສື່​ຫວຽດນາມ​ລາຍ​ງານ​ວ່າ,ປັດຈຸບັນ,ນາງ​ດວນ​ທິຮວງມີ​ສະພາບ​ທຸ່ນ​ທ່ຽງ,ຕາມ​ປາກຄຳ​ຂອງ​ນາງ, ນາງ "ນຶກ​ວ່າ​ຕົນ​ກຳລັງ​ເຂົ້າ​ຮ່ວມ​ການຖ່າຍ​ທຳລາຍ​ການ​ຕະຫຼົກ"ຈຶ່ງ​ຖືກ​ຜູ້​ອື່ນ​ນຳ​ໃຊ້​ໃນ​ການ​ສັງຫານ​ພົນລະ​ເມືອງ​ສປປ​ເກົາຫຼີຢູ່​ສະ​ໜາມ​ບິນ.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ​ໄດ້​ແຈ້ງ​ສະຖານທູດ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ​ໃຫ້​ອີງ​ຕາມ​ປະ​ເພນີ​ສາກົນ​ແລະ​ກົດໝາຍ​ມາ​ເລ​ເຊຍ​ເພື່ອ​ແກ້​ໄຂຄະດີ​ດັ່ງກ່າວ. ພ້ອມ​ທັງອີງ​ຕາມ​ກົດໝາຍ,​ເຄົາລົບ​ສິດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ພົນລະ​ເມືອງ​ຫວຽດນາມ.ກະຊວງ​ກາ​ນຕ່າງປະ​ເທດ​ແລະ​ພາກສ່ວນ​ກ່ຽຂ້ອງ​ຂອງ​ຫວຽດນ່າມຈະ​ປະສານ​ສົມທົບ​ກັບ​ມາ​ເລ​ເຊຍ​ເພື່ອ​ດຳ​ເນີນ​ວຽກ​ງານ​ສືບສວນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ