ຕຳຫຼວດອິນ​ໂດ​ເນ​ເຊຍຕໍ່ສູ້​​ກັບ​ຜູ້​ຫຼອນ​ໂຈມ​ຕີ​ໃນ​ຕຶກ​ອຳນາດ​ການ​ປົກຄອງ​ເມືອງ​ບັນ​ດຸ​ງ
2017-02-27 20:55:44  cri 
ຕຳຫຼວດອິນ​ໂດ​ເນ​ເຊຍ​ໄດ້​ຍິງ​ສູ້​ຮົບ​ກັບ​ຜູ້​ຫຼອນ​ໂຈມ​ຕີ​ຄົນໜຶ່ງ​ໃນ​ຕຶກ​ອຳນາດ​ການ​ປົກຄອງ​ເມືອງ​ບັນ​ດຸ​ງປະ​ເທດ​ຕົນ​ໂດຍສື່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ,ຕຳຫຼວດ​ສາມາດຈັບ​ຜູ້​ຕ້ອງສົງ​ໄສ​ໄດ້​ຜູ້​ໜຶ່ງ, ສະພາບ​ການ​ເສຍ​ຊີວິດ​​ແລະ​ບາດ​ເຈັບ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລາຍ​ງານ​ເທື່ອ.ກ່ອນ​ໜ້າ​ນີ້,ຕຳຫຼວດ​ເຄີຍ​ຄິດ​ວ່າ​ໃນ​ຕຶກ​ໄດ້​ເກີດລະ​ເບີດ​ເຊິ່ງ​ຢູ່​ມໍ່​ໂຮງຮຽນ​ແຫ່ງ​ໜຶ່ງ​ຂອງ​ທ້ອງ​ຖິ່ນ,ສ່ວນອຸປະກອນ​ລະ​ເບີ​ດ​ແມ່ນ​ໝໍ້​ຄວາມດັນ​ສູງ​ທີ່​​ໃສ່​ເຫຼັກ​ຕະປູ​ທີ່​ເຮັດ​ເອງ.ຜູ້​ຫຼອນ​ໂຈມ​ຕີ​ຜູ້​ໜຶ່ງ​ໄດ້​ໜີ​ເຂົ້າ​ໄປ​ຕຶກ​ອຳນາດ​ການ​ປົກຄອງ​ເມືອງ​ຫຼັງລະ​ເບີດ,ຈາກ​ນັ້ນ​ຈຶ່ງ​ຖືກ​ຕຳຫຼວດປິດ​ລ້ອມ​ແລະ​ຈັບ​ໂດຍຜູ້​ຫຼອນ​ໂຈມ​ຕີ​ບໍ່​ສາມາດ​ຈັບພະນັກງານ​ໃນ​ຕຶກ​ເນື່ອງ​ຈາກ​ໄດ້ປົບ​ໜີ​ໝົດ​ແລ້ວ.

ທ່ານ​ອານດຸ​ງ ຜູ້​ບັນຊາ​ການ​ກົມ​ຕຳຫຼວດ​ແຂວງ​ຊະວາ​ຕາ​ເວັນ​ຕົກ​ທີ່​ຕັ້ງ​​ເມືອງ​ບັນ​ດຸ​ງ ກ່າວຕໍ່​ນັກ​ຂ່າວ​ວ່າ,ປັດຈຸບັນ,ສາມາດ​ຄວບ​ຄຸມສະພາບ​ການ​ໄດ້​​ແລ້ວ,​ແຕ່​ຕຳຫຼວດຍັງ​ຄົງ​ເຝົ້າ​ລະວັງ​ແລະ​ສືບ​ຕໍ່​ກວດ​ຄົ້ນ​ເພື່ອ​ປ້ອງ​ກັນການ​ລະ​ເບີດ​ທີ່​ຄາດ​ວ່າອາດ​ຈະ​ເຫຼືອ​ຢູ່​ເຂດ​ໃກ້​ຄຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ