ປິດ​ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງ​ທີ 8 ​ແລະ​ຈີນ​​ໄດ້ 12 ຫຼຽນ​ຄຳ
2017-02-27 10:13:11  cri 
ຕາມ​ຂ່າວCRI: ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ຢຢູ່​ເມືອງ​ຊາ​ໂປ​ໂຣປະ​ເທດ​ຍີ່ປຸ່ນ ໄດ້​ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 26 ກຸມພານັ້ນ ຫຼັງ​ດຳ​ເນີນ​ມາ​ 8 ວັນ.

ງານ​ກິລາ​ຄັ້ງ​ນີ້​ເປັນ​ງານ​ຍິ່ງ​ໃຫຍ່​ກວ່າໝູ່ ​ໂດຍມີ​ທີ​ມ ​ແລະ​ນັກ​ກິລາ​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ ຄືມີ​ນັກ​ກິລາ​ພັນ​ກວ່າ​ຄົນ​ ​ຈາກ 32 ປະ​ເທດ ​ແລະ​ເຂດ​ແຄວ້ນ​​ໃນ​ອາຊີ​ໄດ້​ແຂ່ງຂັນ​ກັນ​ໃນ 5ປະ​ເພດ ​ແລະ 64 ລາຍການ.

ຕະຫຼອດ​ໄລຍະ​ດັ່ງກ່າວ, ນັກ​ກິລາທີ​ມຊາດ​ຈີນ​ຊິງ​ໄດ້ 12 ຫຼຽນຄຳ, 14 ຫຼຽນ​ເງິນ ​ແລະ​ 9 ຫຼຽນ​ທອງ​ເປັນ​ທີ 3 ​ໃນຕາຕະລາງຫຼຽນ​ລາງວັນ, ຂະນະ​ທີ່​ນັກ​ກິລາທີ​ມຊາດ​ຍີ່ປຸ່ນ ທີ​ມ​ເຈົ້າພາບ​​ເປັນ​ທີ 1 ຫຼັງ​ຍາດ​ໄດ້ 27 ຫຼຽນ​ຄຳ, ທີ​ມ ສ.​ເກົາຫຼີ​ເປັນອັນ​ດັບ​ສອງ ​ແລະ​ທີ​ມກາ​ຊັກ​ສະຖານ​ເປັນອັນ​ດັບ 4 ​ສ່ວນ​ທີ​ມ ສປປ​ເກົາຫຼີຊິງ​ໄດ້​ພຽງ​ແຕ່ 1 ຫຼຽນ​ທອງ​​ໃນ​ລາຍການ​ຫຼິ້ນ​ສະ​ເກັດ​ຟ້ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ