ຮອງ​ນາຍົກ​ຈີນ​ພົບ​ປະກັບ​ຮອງ​ນາຍົກສິງ​ກະ​ໂປ
2017-02-27 16:35:35  cri 
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ກຸມພາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຈ່າງ​ກ່າວ​ລີ້ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບທ່ານ​ເຕວຈີ​ເຮ​ນ ຮອງ​ນາຍົກລັດຖະມົນຕີສິງກະ​ໂປ ​ແລະ​ຮ່ວມ​ກັນ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ຈີນ-ສິງກະ​ໂປ​ຄັ້ງ​ທີ 13, ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ສະພາ​ມົນຕີ​ປະສານ​ງານ​ຮ່ວມ​ເຂດ​ນິຄົມອຸດສາຫະກຳ​ຊູ​​ໂຈ​ວ, ກອງ​ປະຊຸມ​ຄັ້ງ​ທີ 19 ຂອງ​ສະພາ​ມົນຕີ​ປະສານ​ງານ​ຮ່ວມ​ເມືອງ​ນິ​ເວດ​ຖຽນສິນ ​ແລະ​ກອງ​ປະຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະພາ​ມົນຕີ​ປະສານ​ງານຮ່ວມ​ໂຄງການ​ຕົວ​ແບບ​ເຊື່ອມ​ຕໍ່​​ຍຸດ​ທະ​ສາດ​ຈີນ-ສິງກະ​ໂປ(ຈຸ່ງ​ກິ່ງ).

​ໃນມື້ດຽວກັນ, ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ຄວາມຄືບ​ໜ້າ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງຮອບດ້ານ ​ແລະ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ ​ແລະ​ເປັນ​ເອກະ​ພາບ​ກັນຊຸກ​ຍູ້​ການ​ຫັນປ່ຽນຮູບ​ການ​ເຕີບ​ໂຕ​ຂອງ​ເສດຖະກິດຕື່ມ​ອີກ, ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ, ການ​ແລກປ່ຽນ​ລະ​ຫວ່າງ​ບຸກຄະລາ​ກອນ​ແລະ​ວັດທະນະທຳ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ