ແກ້​ໄຂ​ບັນ​ຫາໂຮງ​ຈັກ​ໂຮງ​ງານ​ຈີນ​ທີ່​ຖືກຢຶດ​ຢູ່​ມຽນ​ມາ​ໄດ້​ແລ້ວ
2017-02-27 16:32:11  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ເຈົ້າ​ໜ້າ​ທີ່​ໂຮງ​ງານ​ຈີນ​ທີ່​ ​ຖືກ​ຕີ​ຢູ່​ມຽນ​ມາ ຢື​ນ​ຢັນ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 26 ກຸມ​ພານີ້​ວ່າ, ຜູ້​ນັດ​ຢຸດ​ງານ​ທີ່​ຍຶດ​ໂຮງ​ງານມາ​ເປັນ​ເວ​ລາຫຼາຍມື້ນັ້ນ ໄດ້​ຖືກ​ສະ​ລາຍ​ແລ້ວ ແລະ​ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ງານ​​ກໍສາ​ມາດ​ເຂົ້າ​ໄປ​ໄດ້, ແຕ່​ວ່າ​ອຸ​ປະ​ກອນ​ໃນ​ໂຮງ​ງານ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ.

    ຂ່າວ​ແຈ້ງວ່າ, ໂຮງ​ງານ​ຕັດ​ຫຍິບ​ຈີນ​ທີ່​ຕັ້ງ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ​​ແຫ່ງ​ໜຶ່ງໃນນະ​ຄອນ​ຢາງ​ກຸ້ງ ໄດ້​ຖືກ​ກຳ​ມະ​ກອນ​ທີ່​ນັດ​ຢຸດ​ງານ​ແລະ ​ຄົນ​ພາຍນອກຫຼາຍ​ຮ້ອຍ​ຄົນເຂົ້າ​ຍຶດ​ໃນ​ວັນ​ທີ 23 ກຸມ​ພານີ້, ​ຂະ​ນະ​ທີ່​ຊັບ​ສິນ​ຂອງ​ໂຮງ​ງານ​ກໍ​ຖືກ​ທຳ​ລາຍ ລວມ​ທັງຊັບ​ສິນ​ຂອງ​ເຈົ້າ​ໜ້າ​ທີ່​ສັນ​ຊາດ​ຈີນຫຼາຍ​ຄົນ​ຖືກ​ປຸ້ນ ແລະ​ຖືກ​ຈຳ​ກັດ​ ​ອິດ​ສະຫຼະພາບ. ​ທັງ​ນີ້​ມາຮອດ​ເວ​ລາ 5 ໂມງ​ແລງ​ຂອງມື້​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ສັນ​ຊາດ​ຈີນ​ກໍ​ສາ​ມາດ​ອອກ​ຈາກ​ໂຮງ​ງານ​ໄດ້​ທັງ​ໝົດ ຫຼັງ​ການ​ປະ​ສານ​ງານ​ຂອງ​ຝ່າຍ​ຕ່າງໆ, ຂະ​ນະ​ທີ່​ໂຮງ​ງານ​ຍັງ​ຖືກ​ກຳ​ມະ​ກອນ​ທີ່​ນັດ​ຢຸດ​ງານນັ້ນ​ຍຶດ​ໄວ້.
ເຈົ້າ​ໜ້າ​ທີ່​ທີ່​ຮັບ​ຜິດ​ຊອບ​ແກ້​ໄຂ​ເຫດ​ການ​ດັ່ງ​ກ່າວ​ຂອງ​ແຂວງ​ຢາງ​ກຸ້ງ ໃຫ້​ຮູ້​ວ່າ ໄດ້​ຕັ້ງຂໍ້​ຫາ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ແລະ​ຊີ​ວິດ​ໃນ​ເຫດ​ການ ແລະ​ຈະ​ລົງ​ໂທດ​ຕາມ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ