ຍົນ​ໂດຍ​ສານ​ຣັດ​ເຊຍ​ທີ່​ຕິດ​ຂັດ​ດ້ານ​ເຕັກ​ນິກລົງ​ຈອດ​ຢ່າງ​ປອດ​ໄພ
2017-02-27 16:35:46  cri 
    ຕາມ​ຂ່າ​ວ​ສານ​ຊິນຮ​ວາ: ເວ​ລາ 13 ໂມງ 40 ນາ​ທີ​ຂອງວັນ​ທີ 26 ກຸມ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຍົນ​ໂດຍ​ສານ​ລຳ​ໜຶ່ງ​ຂອງ​ບໍ​ລິ​ສັດ​ການ​ບິນ​ຣັດ​ເຊຍ ໄດ້​ຕິດ​ຂັດ​ທາງ​ເຕັກ​ນິກ ຫຼັງ​ບິນ​ຂຶ້ນ​ຈາກສະ​ໜາມ​ບິນ​ຊຸ​ລິ​ສ​ປະ​ເທດ​ສະ​ວິ​ສ, ແຕ່​ຈາກ​ນັ້ນ​ບໍ່​ພໍ​ເທົ່າ​ໃດ ກໍໄດ້​ລົງ​ຈອດ​ຢ່າງ​ປອດ​ໄພ.

    ສື່ມວນ​ຊົນ​ສະ​ວິ​ສ​ລາຍ​ງານ​ວ່າ, ຫຼັງ​ຈາກ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ບໍ່​ດົນ, ໂມ​ໂຕ​ເບື້ອງ​ຊ້າຍ​ຂອງ​ຍົນ​ລຳ​ນີ້ ເກີດ​ມີ​ສຽງ​ຜິດ​ປົກ​ກະ​ຕິ ແລະ​ມີ​ຄວັນ​ອອກ. ຫຼັງ​ຈາກນັ້ນ, ນັກ​ບິນ​ໄດ້​ບິນວົນ​ໄປ​ມາຢູ່​ທ້ອງ​ຟ້າ​ເຂດ​ຄອນ​ສ​ຕັນ​ ພາ​ກ​ໃຕ້​ເຢຍ​ລະ​ມັນ​ເກືອບ 2 ຊົ່ວ​ໂມງ ເພື່ອຫຼຸດວັດ​ຖຸ​ເຊື້ອ​ໄຟ​ລົງແລະ​ເຮັດ​ໃຫ້​ນ້ຳ​ໜັກ​ຍົນ​ເບົາ, ຈາກນັ້ນ ກໍ​ໄດ້ບິນ​ກັບ​ຄືນ​ລົງ​ຈອດ​ຢ່າງປອດ​ໄພ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ