ຄາດ​ວ່າ ແຂວງ​ໄຊ​ຍະ​ບູ​ລີ​ຈະ​ບັນ​ລຸ​ມູນ​ຄ່າ​ສົ່ງ​ອອກ 35 ລ້ານ​ໂດ​ລາ​ໃນສົກ​ປີນີ້
2017-02-27 16:44:44  cri 
    ທ່ານ ວາ​ລະ​ໄຊ ເລັ່ງ​ສະ​ຫ​ວັດ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ​​ແລະການ​ຄ້າ​ແຂວງ​ໄຊ​ຍະ​ບູ​ລີ ກ່າວ​ວ່າ, ແຂວງ​ຕົນ​ຈະ​ບຸນລຸ​ມູນ​ຄ່າ​ສົ່ງ​ອອກ 35 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ນຳ​ເຂົ້າ 18 ລ້ານ​ໂດ​ລາ​ໃນ​ສົກ​ປີນີ້.

    ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ປີ​ຜ່ານ​ມາ, ແຂວງ​ຕົນບັນ​ລຸມູນ​ຄ່າ​ສົ່ງ​ອອກ 33 ລ້ານ​ໂດ​ລາ ຫຼື​ບັນ​ລຸ​ 45,91% ຂອງແຜນ​ການ ເຊິ່ງຫຼຸດ​ລົງ 43% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015, ຂະ​ນະ​ທີ່​ສິນ​ຄ້າ​ສົ່ງ​ອອກ ຕົ້ນ​ຕໍແມ່ນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ສັດ​ລ້ຽງ ແລະ​ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ຕົ້ນ; ​ສ່ວນ​ການນຳ​ເຂົ້າບັນ​ລຸ​ມູນ​ຄ່າ 17 ລ້ານ​ໂດ​ລາ ຫຼື​ບັນ​ລຸ 64%​ ຂອງແຜນ​ການ, ເຊິ່ງຫຼຸດ​ລົງ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ທັງ​ນີ້ ​ສິນ​ຄ້າ​ນຳ​ເຂົ້າ ຕົ້ນ​ຕໍ​ແມ່ນ​ວັດ​ຖຸກໍ່​ສ້າງ, ອຸ​ປະ​ກອນ​ໄຟ​ຟ້າ, ນ້ຳ​ມັນ​ເຊື້ອ​ໄຟ, ເຄື່ອງ​ອາ​ໄຫຼ່​ແລະ​ຊີ້ນ​ສ່​ວນ​ລົດ​ຍົນ, ອຸ​ປະ​ກອນ​ການ​ຜະ​ລິດ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ