ຈີນ-ສິງກະ​ໂປ​ເຫັນ​ດີ​ສ້າງສາ​ຍພົວພັນ​ໃຫ້​ກ້າວໜ້າ​ແລະ​ເປັນ​ຮູບ​ປະ​ທຳ
2017-02-28 10:21:51  cri 
ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວິ​ວິ​ແອນ ບາ​ລາຄຣິສນານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 27 ກຸມພາ​ນີ້.

ທ່ານ​ຫວາງ​ຢີ້ກ່າວ​ວ່າ:​ໃນ​ໂອກາດທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ສິງກະ​ໂປ​ເມື່ອ​ປີ 2015, ສອງ​ປະ​ເທດ​ເຫັນ​ດີ​ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ກ້າວໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ ​ແລະ​ເພື່ອ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຈີນ-ສິງກະ​ໂປ​ໃຫ້​ກ້າວໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ​​ໃຫ້​ເປັນ​ຮູບ​ປະ​ທຳ, ສອງ​ຝ່າຍ​ຄວນ​​ເພີ່ມ​ທະວີ​ການ​ຮ່ວມ​ມື​​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ພ້ອມ​ກັນ​ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ຈາກ​ນີ້​ກໍຫວັງ​ວ່າ ສິງກະ​ໂປ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຢ່າງສ້າງສັນ​ໃນ​ການ​​ເປັນປະ​ເທດ​ປະສານ​ງານ​ສາຍ​ພົວພັນ​ຈີນ-ອາ​ຊຽນ,​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໃຫ້ພັດທະນາ​ຫຼາຍ​ຂຶ້ນ ທັງ​ສົ່ງ​ເສີມ​ສັນຕິພາບ,ສະ​ຖຽນລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ທ່ານ​ວິ​ວິ​ແອນ​ຢືນຢັນ​ວ່າ ສິງກະ​ໂປ​ສະໜັບສະ​ໜູນ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ຈີນ​100% ​ແລະ​​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ກັບ​ຈີນ ທັງ​ຍິນ​ດີກາ​ຍ​ເປັນ​ຄູ່​ຮ່ວມ​ມື​ໄລຍະ​ຍາວ​ທີ່​ໜ້າ​ເຊື່ອ​ຖື​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ