ທ່ານ​ທຣຳຢືນຢັນ​ຈະ​ເພີ່ມ​ງົບປະມານ​ປ້ອງ​ກັນຊາ​ດ 54 ຕື້​ໂດ​ລາ​ສະຫະລັດ
2017-02-28 11:15:25  cri 
ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢືນຢັນ​ໃນ​ວັນ​ທີ 27 ກຸມພາ​ນີ້​ວ່າ ຈະ​ເພີ່ມ​ງົບປະມານ​ປ້ອງ​ກັນຊາ​ດສູງ​ຂຶ້ນ​ຕາມ​ແຜນ​ທີ່​ຍື່ນ​ໃຫ້​ລັດຖະສະພາ ​ເພື່ອ​ສ້າງ​ກຳລັງ​ການ​ທະຫານ​ອາ​ເມ​ລິ​ກາ​ຄືນ​ໃໝ່.
 ທ່ານ​ທຣຳກ່າວ​ວ່າ, ​ແນວ​ໃດ​ກໍ​ດີ​ກໍຈະຫາ​ຊ່ອງ​ທາງ​ປະຢັດ​ເງິນ​ທັງ​ຍົກ​ສູງ​ປະສິດທິພາບ​ຢູ່​ຂະ​ແໜງ​ການ​ອື່ນ​ໃນ​ລັດຖະບານ​ເພື່ອ​ເພີ່ມ​ໃຫ້​ແກ່ງົບ​ປະມານ​ປ້ອງ​ກັນຊາ​ດ. ຂະນະ​ດຽວ​ກັນ​ກໍຈະ​ເພີ່ມ​ງົບ​ປະມານ​ເຂົ້າ​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງຕື່ມ​ອີກ.

ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ໄດ້ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງເຈົ້າ​ໜ້າ​ທີ່​ທີ່ບໍ່​ປະສົງ​ອອກ​ນາມ​ຜູ້​ໜຶ່ງ​ຂອງ​ກົມ​ຄຸ້ມ​ຄອງ​ງົບປະມານ​ທຳນຽບຂາວ​ອາ​ເມ​ລິ​ກາ​ໂດຍ​ລາຍ​ງານ​ໃນ​ວັນ​ດັ່ງກ່າວວ່າ: ທ່ານ​ທຣຳມີ​ແຜນ​ຈະ​ເພີ່ມ​​ງົບປະມານ​ປ້ອງ​ກັນຊາ​ດຂຶ້ນ 10% ຄື​ປະມານ 54 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງ​ເງິນ​ກ້ອນ​ນີ້​ຈະ​ໄດ້​ຈາກ​ການ​ຕັດລາຍ​ຈ່າຍ​ທີ່​ບໍ່​ແມ່ນ​ການ​ປ້ອງ​ກັນຊາ​ດ. ຈາກ​ນີ້, ​ງົບປະມານ​ທີ່​ມີບຸລິມະສິດ​ໃນ​ລະດັບ​ໃດໜຶ່ງ​ແລະ​ລາຍ​ຈ່າຍ​ໃນການ​ຊ່ວຍ​ເຫຼື​ອ​ຕ່າງປະ​ເທດ​ນັ້ນ​ຈະ​ຖືກ​ຕັດ​ລົງຢ່າງຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ