ລັດລົງທຶນໃສ່ວຽກງານພັດທະນາຊົນນະບົດ ແກ້ໄຂ ຄວາມທຸກຍາກຫລາຍກວ່າ 1368 ຕື້ກີບ
2017-02-28 17:32:22  cri 
ຂປລ. ​ໃນ​ປີ 2017 ລັດຖະບານໄດ້​ສຸມ​ທຶນຮອນ ​ເຂົ້າ​ໃສ່​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຈໍານວນ 1.368,57 ຕື້​ກີບ, ​ໂດຍ​ສຸມ​ໃສ່ 20 ຈຸດ​ສຸມ​ຂອງ​ລັດຖະບານ 28,8 ຕື້​ກີບ, 71 ຈຸດ​ສຸມ ​ຂອງ​ທ້ອງ​ຖິ່ນ 75 ຕື້​ກີບ, 145 ຈຸດ​ສຸມ​ ຈັດ​ສັນພູ​ມລໍາ​ເນົາບ່ອນ​ທໍາ​ມາ​ຫາ​ກິນ​ຂອງ​ປະຊາຊົນ 49,36 ຕື້​ກີບ ​ແລະ ທຶນ​ສົມທົບ​ກອງ​ທຶນ​ ຫລຸດຜ່ອນ​ຄວາມທຸກ​ຍາກ 11 ຕື້​ກີບ.

ທ່ານ ພວງ​ປາຣິສັກ ປະ​ວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ ໄດ້​ແຈ້ງ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເພື່ອ​ເຮັດ​ວຽກ​ງານການ​ລົງທຶນ ​ເຂົ້າ​ໃນ​ວຽກ​ງານ​ທີ່​ກ່າວມາ​ຂ້າງ​ເທິງ​ນັ້ນ​ ໃຫ້​ມີ​ປະສິດທິພາບ ​ແລະ ​ໃຫ້ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ ກະຊວງ​ກະສິກໍາ-ປ່າ​ໄມ້​ ໄດ້​ວາງ​ມາດ​ຕະການ​ຈໍານວນ​ໜຶ່ງ ​ເປັນ​ຕົ້ນ​ແມ່ນ​ໃຫ້​ເອົາ​ໃຈ​ໃສ່ ​ເປັນ​ເຈົ້າ​ການ​​ປະສານ​ງານ ​ແລະ ຄຸ້ມ​ຄອງ​ການ​ສ້າງ​ແຜນ​ງານ, ​ແຜນການ ​ແລະ ​ໂຄງການ​ລະອຽດ ​ທີ່​ມີ​ຕົວ​ຊີ້​ວັດຈະ​ແຈ້ງ​ ຢູ່​ບັນດາ​ຈຸດ​ສຸມ ​ບູລິ​ມະ​ສິດ​ຮ່ວມ​ກັບ​ບັນດາ​ພາກສ່ວນ​ກ່ຽວຂ້ອງ ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ປັບ​ປຸງ​ກົງຈັກ​ວຽກ​ງານ​ການ ຈັດ​ຕັ້ງ ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ເຊື່ອມ​ສານ ​ກັບ​ວຽກ​ງານ​ກະສິກໍາ-ປ່າ​ໄມ້​ ທີ່​ພວມ​ກໍາລັງ​ປັບປຸງ​ພາລະ​ບົດບາດ​ ໃນ​ປັດຈຸບັນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ ​ແລະ ການ​ເງິນ, ຍົກ​ເວັ້ນການ​ປະຕິບັດ​ໂຄງການ​ນອກ​ແຜນ, ຍົກ​ສູງ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ລະບຽບ​ກົດໝາຍ ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫລີກ​ລ້ຽງ​ໜີ້​ສິນ​ຄຸມ​ເຄືອ ​ສໍາລັບ​ປີ​ຕໍ່​ໄປ, ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ ​ເຂົ້າ​ໃນ​ວຽກ​ງານ​ ພັດທະນາ​ຊົນນະບົດ ​ແລະ ລືບ​ລ້າງ​ຄວາມທຸກ​ຍາກ​ໄປ​ຕາມ​ຈຸດ​ສຸມ, ​ເດັດຂາດ​ບໍ່​ປະຕິບັດ​ໂຄງການ ​ນອກ​ແຜນ ຫລື ​ໂຄງການ​ລົງທຶນ​ກ່ອນ ​ໂດຍ​ປະຕິບັດ​ຕາມ​ ຄໍາ​ສັ່ງ​ຂອງ​ນາຍົກລັດຖະມົນຕີຢ່າງ​ເຄັ່ງ​ຄັດ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ຂັ້ນ​ແຂວງ, ຂັ້ນ​ເມືອງ, ຕ້ອງ​ກໍານົດຕາມ​ຫົວໜ່ວຍ​ລາຄາ​ ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ ຢູ່​ຊົນນະບົດ​ເປັນ​ຕົ້ນ ​ໂຮງຮຽນ, ​ໂຮງໝໍ, ນ້ຳ​ລີນ, ຕາ​ຂ່າຍ​ໄຟຟ້າ, ​ເສັ້ນທາງ ​ແລະ ອື່ນໆ ​ໂດຍ​ໃຫ້​ມີ​ມາດ​ຕະການ​ຈັດ​ຕັ້ງ ​ແລະ ຕິດຕາມ​ກວດກາ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫລີກ​ລ້ຽງ​ໂຄງການ​ ທີ່​ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ເປັນ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ