ຈີນ​ສະໜັບສະໜູນ​ວິ​ສາ​ຫະກິດ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​​ແຂ່ງຂັນ​ປະມູນ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງ​ກະ​ໂປ
2017-02-28 17:48:27  cri 
ຕາມ​ຂ່າວສານ​ຈີນ:​ໃນ​ການ​ຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ກຸມພານີ້,ມີນັກຂ່າວຖາມວ່າ, ຫວ່າງມໍ່ໆ​ນີ້,ທ່ານ​ເຕວ ຈີ​ຮີນ ຮອງ​ນາຍົກລັດຖະມົນຕີສິງກະ​ໂປ​​ໄດ້​ກ່າວ​ໃນ​ໂອກາດ​​ໃຫ້​ສຳພາດ​ຕໍ່​ສື່​ຈີນ​ວ່າ,ປະ​ເທດ​ຕົນ​ເດັດດ່ຽວ​ສຸມ​ກຳລັງ​​ຮັດ​ແໜ້ນ​ການ​ພົວພັນ​ອາ​ຊຽນ-ຈີນ​ໂດຍ​ຈະ​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ແຜນ​ແມ່​ບົດ​ການ​ເຊື່ອມ​ໂຍງ​ອາ​ຊຽນພ້ອມ​ທັງ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ປະມູນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສິງກະ​ໂປ-ກົວ​ລາ​ລຳ​ເປີ.ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວຕໍ່​ບັນຫາ​ນີ້​ວ່າ, "ທາ​ງລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງ​ກະ​ໂປ​ມີ​ຄວາມ​ໝາຍ​ຕໍ່​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ແລະ​ເປັນ​ໂຄງການ​ຮ່ວມ​ມື​ສຳຄັນ​ທີ່​ບົ່ມ​ຊ້ອນ​ທີ່​ນອນ​ຢູ່​ໃນ​ຂອບ 'ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນທາງ'".ທັງ​ນີ້ "ພວກ​ຂ້າພະ​ເຈົ້າ​​ດີ​ໃຈ​ທີ່​ເຫັນວ່າ,ສິງກະ​ໂປ​ແລະ​ມາ​ເລ​ເຊຍ​ລ້ວນ​ແຕ່​​ເຫັນຄວາມ​ສາມາດ​ຕົວ​ຈິງ​ແລະ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ຈີນ​ໃນ​ຂົງ​ເຂດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​​ແລະ​ລ້ວນ​ແຕ່​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດຈີນ​ເຂົ້າ​ຮ່ວມ​​ແຂ່ງຂັນ​ປະມູນ​ແລະ​ກໍ​ເຊື່ອ​ວ່າ​​ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍຈະ​ສືບ​ຕໍ່​ສະ​ໜັບສະ​ໜູນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ